ໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ປີໃໝ່ລາວ 2565, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງຫຼວງນໍ້າທາ ກໍໄດ້ຈັດວາງກໍາລັງຕາມຈຸດຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໃໍຊ້ລົດ-ໃຊ້ຖະໜົນ ທັງເປັນການສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດ, ແຕ່ເຖິງຢ່າງໃດກໍຕາມ ຜູ້ຂັບຂີ່ຈໍານວນໜຶ່ງ ຍັງລະເມີດກົດລະບຽບຈະລາຈອນ ເຮັດໃຫ້ມີມີອຸບັດຕິເຫດເກີດຂຶ້ນ ແລະ ມີຄົນໄດ້ຮັບບາດເຈັບ.

ພັທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ:

ໃນຊ່ວງໄລຍະ 5 ວັນຂອງການສະເຫຼີມສະຫຼອງປີໃໝ່ລາວ ພສ 2565 ທາງພະແນກຕໍາຫຼວດຈະລາຈອນ ໄດ້ມີການກະກຽມຄວາມພ້ອມຂອງກໍາລັງ ຈໍານວນ 44 ສະຫາຍ ຍິງ 8 ສະຫາຍ. ໃນນັ້ນ, ມີນ້ອງນັກຮຽນອາສາສະໝັກຈາກໂຮງຮຽນ ມສ ເທດສະບານແຂວງ ຈໍານວນ 24 ນ້ອງ ຍິງ 17 ນ້ອງ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົົມ ໂດຍໄດ້ຈັດແບ່ງໃຫ້ມີຈຸດຍາມຕາມເສັ້ນທາງຫຼວງ ຈໍານວນ 6 ຈຸດ, ປະຈໍາການແກ້ໄຂຄະດີອຸບັດຕິເຫດຢູ່ຫ້ອງການໜຶ່ງຈຸ.

ຜ່ານການຕິດຕາມສະພາບຈະລາຈອນຕາມເສັ້ນທາງຫຼວງ ພົບຜູ້ທີ່ລະເມີດກົດລະບຽບຈະລາຈອນ ແລະ ພາໃຫ້ເກີດອຸບັດຕິເຫດທັງໝົດ 18 ຄັ້ງ:

  • ເກີດຂຶ້ນຢູ່ເທດສະບານແຂວງ 6 ລາຍ
  • ບັນດາເມືອງ 12 ຄັ້ງ
  • ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 26 ຄົນ
  • ບາດເຈັບສົມຄວນ 7 ຄົນ
  • ບາດເຈັບສາຫັດ 2 ຄົນ
  • ພາຫະນະເປ່ເພເລັກນ້ອຍ 20 ຄັນ
  • ເປ່ເພສົມຄວນ 12 ຄັນ
  • ໃຊ້ການບໍ່ໄດ້ 1 ຄັນ

ເຊິ່ງລວມມູນຄ່າເສຍຫາຍທັງໝົດ ມີປະມານ 108.800.000 ກີບ

ເຈົ້າໜ້າທີ່ໃຫ້ຮູ້ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ສ່ວນຫຼາຍແມ່ນດື່ມສິ່ງມືນເມົາແລ້ວຂັບຂີ່ 16 ຄັ້ງ, ແລ່ນໄວເກີນກໍານົດ 1 ຄັ້ງ, ບໍ່ປ່ອຍສິດ 1 ຄັ້ງ. ສໍາລັບຄູ່ກໍລະນີທີ່ພາໃຫ້ເກີດອຸບັດຕິເຫດ ປະກອບມີ ລົດຈັກຕໍາກັບລັດຈັກ 10 ຄັ້ງ, ລົດຈັກຕໍາກັບລົດບັນທຸກ 1 ຄັ້ງ, ລົດຈັກຕໍາກັບລົດກະບະ 2 ຄັ້ງ, ລົດຈັກຕໍາກັບລົດຈິບ 2 ຄັ້ງ, ລົດຈັກຕໍາກັບລົດເກງ 1 ຄັ້ງ, ລົດຈັກຕໍາຄົນຍ່າງ 1 ຄັ້ງ ແລະ ລົດຈັກລົ້ມເອງ 1 ຄັ້ງ.