ໃນໄລຍະປີໃໝ່ລາວ, ໜ່ວຍກູ້ຊີບ-ກູ້ໄພ ແຂວງບໍ່ແກ້ວ ໄດ້ລົງຊ່ວຍຜູ້ປະສົບອຸບັດຕິເຫດຕາມທ້ອງຖະໜົນ ເປັນຈໍານວນຫຼວງຫຼາຍ ໂດຍການປະຖົມພະຍາບານເບື້ອງຕົ້ນ ແລະ ນໍາສົ່ງຄົນເຈັບເຖິງໂຮງໝໍ ເພື່ອປິ່ນປົວໃຫ້ທັນການ.

ທ່ານ ອຳມອນ ຈັນທະວົງ ຫົວໜ້າໜ່ວຍງານກູ້ຊີບ-ກູ້ໄພສຸກເສີນ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ:

ໃນໄລຍະບຸນປີໃໝ່ລາວ, 7 ວັນ ອັນຕະລາຍ ປີນີ້ ທາງພະນັກງານ ແລະ ອາສາສະໝັກ ໜ່ວຍງານກູ້ຊີບ-ກູ້ໄພ ແຂວງບໍ່ແກ້ວ ແມ່ນໄດ້ເອົາໃຈໃສ່ປະຈໍາການເວນຍາມຕະຫຼອດ 24 ຊົ່ວໂມງ, ແບ່ງເປັນສອງໜ່ວຍ ເພື່ອຮັບແຈ້ງເຫດສຸກເສີນ ແລະ ມີສາຍໂທເຂົ້າມາ 0841625 ກ່ຽວກັບອຸບັດຕິເຫດມີ ຈໍານວນ 13 ຄັ້ງ, ທາງໜ່ວຍງານໄດ້ລົງເຖິງຈຸດເກີດເຫດ ພົບເຫັນຜູ້ທີ່ໄດ້ຮັບບາດເຈັບ 12 ຄົນ ຍິງ 3 ຄົນ, ໄດ້ຊ່ວຍເຫຼືອປະຖົມພະຍາບານຂັ້ນຕົ້ນ ແລ້ວນໍາສົ່ງໄປປິ່ນປົວຢູ່ໂຮງໝໍດ້ວຍໄວ; ໃນນີ້, ມີຜູ້ເສຍຊິວິດ 1 ຄົນ, ມີຄົນເຈັບເລັກໜ້ອຍ 4 ຄົນ, ເຈັບປານກາງ 6 ຄົນ, ເຈັບສາຫັດ 1 ຄົນ ແລະ ໄປບໍ່ທັນ 1 ຄົນ. 

ການປະຕິບັດໜ້າທີ່ຂອງ ໜ່ວຍງານກູ້ຊີບ-ກູ້ໄພ ຜ່ານມາ ນອກຈາກອຸບັດຕິເຫດແລ້ວ ໄດ້ເຄື່ອນໄຫວລົງພົ່ນຢາຂ້າເຊື້ອພະຍາດຕາມສະຖານທີ່ຕ່າງໆ, ສໍານັກງານ-ອົງການ ແລະ ເຮືອນບຸກຄົນທີ່ຕິດເຊື້ອພະຍາດໂຄວິດ-19, ແຕ່ການປະຕິບັດໜ້າທີ່ວຽກງານ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກວ່າພະນັກງານອາສາສະໝັກມີຈໍາກັດ, ດ້ານງົບປະມານ, ນໍ້າມັນລົດເຄື່ອນໄຫວວຽກງານ ແລະ ອາຫານການກິນຂອງອາສາສະໝັກປະຈໍາວັນບໍ່ພຽງພໍ.

ຜ່ານມາ ແມ່ນອາໄສແຕ່ການປະກອບສ່ວນຊ່ວຍເຫຼືອຈາກການຈັດຕັ້ງພັກ-ລັດ, ຄອບຄົວ, ບໍລິສັດ, ຫ້າງຮ້ານ ແລະ ບຸກຄົນຜູ້ທີ່ມີເງື່ອນໄຂໃນການສະໜັບສະໜູນດ້ານວັດຖຸປັດໄຈຕ່າງໆ ໃຫ້ແກ່ພະນັກງານ ແລະ ອາສາສະໝັກກູ້ຊີບ-ກູ້ໄພສຸກເສີນ ແຂວງບໍ່ແກ້ວ ໃນການເຄື່ອນໄຫວວຽກງານເພື່ອຮັບໃຊ້ສັງຄົມ.