ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີປະກາດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບໍານານ ໃນອາທິດຜ່ານມາ, ເປັນປະທານໂດຍ ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຕາງໜ້າຈາກບັນດາຫ້ອງ, ພະແນກ, ກອງພັນ, ພະນັກງານຮັບອຸດໜູນບຳນານ ເຂົ້າຮ່ວມ.

ພັທ ສົມສັກ ຂັດຕິຍະວົງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດຂຶ້ນກັບ ກອງບັນຊາການ ປກສ ແຂວງເຊກອງ ພັກການ-ຮັບອຸດໜູນບໍານານ ວ່າ:

ໂດຍອີງຕາມມາດຖານເງື່ອນໄຂຂອງແຕ່ລະສະຫາຍແລ້ວ ເຫັນວ່າຄົບຖ້ວນ, ສອດຄ່ອງກັບລະບຽບກົດໝາຍຂອງກໍາລັງ, ແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານ-ລັດຖະກອນ ແລະ ພະນັກງານງານ-ນັກຮົບ. ດັ່ງນັ້ນ, ກອງບັນຊາການ ປກສ ແຂວງເຊກອງ ຈຶ່ງຕົກລົງໃຫ້ພະນັກງານຈຳນວນ 8 ສະຫາຍ ພັກການຮັບອຸດໜູນບໍານານ ດັ່ງນີ້:

  • ພັທ ສົມລາ ໂມນວິໄລ
  • ພັທ ກິແກ້ວ ເພັດດວງຕາ
  • ພັທ ຄຳໄຫຼ ເຮີຍລະມິກ
  • ພັຕ ນາງ ວັນນີ ພິມພິເສນ
  • ຮອ ແສງວັນ ໄຊເຢັນສັກ
  • ຮອ ພູດົງ ປຽນມະນີຍຽບ
  • ຮອ ບຸນໂຢຍ ພຸດສະດາ
  • ຮທ ອາສຸກ ມະນີແກ່