ວັນທີ 22 ເມສາຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ກຽມຈັດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ຄໍາຂວັນທີ່ວ່າ ” ຊັບສິນທາງປັນ ຍາ ແລະ ໄວໜຸ່ມ ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ”.

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 22 ເມສາ 2022 ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຈະຈັດງານສະເຫຼີມສະຫຼອງວັນ ຊັບ ສິນທາງປັນຍາໂລກຂຶ້ນໃນວັນ ທີ 26 ເມສາ 2022, ໂດຍພາຍໃຕ້ຄໍາຂວັນທີ່ວ່າ: ” ຊັບສິນທາງປັນຍາ ແລະ ໄວໜຸ່ມສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ ” ເຊິ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງອົງການຊັບສິນທາງປັນຍາໂລກ ( ຫຼື WIPO) ໄດ້ພ້ອມກັນສະເຫຼີມສະ ຫຼອງວັນສຳຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ ການຈັດງານດັ່ງກ່າວ ເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວມີການສ້າງ ຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ, ເປັນການກະຕຸກຊຸກຍູ້ໃຫ້ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະ ດິດແຕ່ງທາງດ້ານສິນລະປະກຳ ແລະ ວັນນະກຳ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບ ຜະລິດຕະພັນໃຫ້ໂດດເດັ່ນ, ການປັບ ປຸງພັນພືດໃໝ່ໃຫ້ເໝາະສົມ ກັບຄວາມຕ້ອງການຂອງຜູ້ບໍລິໂພກ ລວມທັງການນຳໃຊ້ນະວັດຕະກໍາ ເຂົ້າໃນການພັດທະນາເຕັກໂນໂລຊີ, ການສ້າງສັນຜົນງານທາງດ້ານ ວິທະຍາສາດ ແລະ ການສົ່ງເສີມຜະລິດຕະພັນຖິ່ນກຳເນີດ, ການສະແດງອອກທາງດ້ານຮີດຄອງປະເພນີວັດທະນະທຳແບບດັ້ງເດີມ.

ໃນໂອກາດນີ້, ຂໍເຊີນຊວນມາຍັງໄວໜຸ່ມ, ນັກຮຽນ-ນັກສຶກສານັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ ແລະ ຜູ້ທີ່ເປັນເຈົ້າຂອງຊັບສິນທາງປັນຍາ, ຜູ້ປະກອບການ, ນັກທຸລະກິດ ແລະ ຜູ້ມີຄວາມສົນໃຈເຂົ້າຮ່ວມການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2022 ໃນວັນທີ 26 ເມສາ 2022 ນີ້, ເຊິ່ງເປັນໂອກາດອັນດີສຳລັບການຮຽນຮູ້, ເຂົ້າໃຈ ແລະ ນໍາໃຊ້ສິດຕໍ່ຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ.