ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳມະທິການກົດໝາຍສະພາແຫ່ງຊາດ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດຂຶ້ນໃນລະຫວ່າງວັນທີ 25-26 ເມສາ 2022, ເປັນປະທານຮ່ວມໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ທັງເປັນຄະນະຮັບຜິດຊອບສ້າງຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ທ່ານ ປອ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ ແລະ ພົຈວ ປອ ມາລາ ວິລະຈິດ ຮອງປະທານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ມີບັນດາ ກຳ ມາທິການກົດໝາຍສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງກົດໝາຍເຂົ້າຮ່ວມ.

ທ່ານ ປອ ພູທອນ ວໍລະເພັດ ກ່າວວ່າ: ການຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດໃນຄັ້ງນີ້ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບດັ່ງກ່າວມີຄວາມຄົບຖ້ວນ, ສົມບູນ ແລະ ຮັດກຸມທາງດ້ານໂຄງຮ່າງ ແລະ ເນື້ອໃນທັງໃຫ້ແທດ ເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ ແລະ ໃຫ້ສາມາດນຳເຂົ້າຜ່ານ ແລະ ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອ ທີ III ຂອງສະພາແຫ່ງຊາດ ຊຸດ ທີ IX ທີ່ຈະຈັດຂຶ້ນໃນລະຫວ່າງເດືອນມິຖຸນາ 2022 ນີ້ຢ່າງເປັນທາງການ.

ໂຄງປະກອບຮ່າງກົດໝາຍດັ່ງກ່າວ, ປະກອບມີ IX ພາກ, 9 ໝວດ ແລະ 67 ມາດຕາ. ໃນນີ້, ຄວາມສຳຄັນຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາ ວຸດ ແລະ ວັດຖຸລະເບີດສະບັບນີ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ກັບກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດໃນການຄຸ້ມຄອງ ໂດຍກົງ, ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານຄຸ້ມຄອງອາວຸດ ແລະ ວັດຖຸລະເບີດໃນທົ່ວສັງຄົມ ແລະ ທັງເປັນເຄື່ອງມືຮັບປະກັນໃຫ້ແກ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພວກເຮົາກໍຄື ທຸກຂະແໜງການທີ່ກ່ຽວ ຂ້ອງໃນການປະຕິບັດວຽກງານດັ່ງກ່າວໄດ້ຢ່າງຖືກຕ້ອງ, ສອດຄ່ອງກັບກົດໝາຍ, ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຈາກອາວຸດ ແລະ ວັດຖຸລະເບີດເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.