ວັນທີ 22 ເມສາ 2022, ອົງການໄອຍະການປະຊາຊົນແຂວງ ໄດ້ປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາ ຊົນ ປະຕິວັດລາວ ຄົບຮອບ 67 ປີ (14 ເມສາ 1955-14 ເມສາ 2022) ໃຫ້ກຽດເປັນປະທານ ແລະ ເຜີຍ ແຜ່ເອກະສານໂດຍ ທ່ານ ຄໍານວນ ກ້ອນ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີບັນດາຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ພ້ອມດ້ວຍຫົວໜ້າຂະແໜງ, ຮອງຂະແໜງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.

ທ່ານ ຄໍານວນ ກ້ອນ ໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 67 ປີ ແລະ ຜົນ ງານການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງບໍ່ແກ້ວ ໃນແຕ່ລະໄລຍະ.

ນອກນັ້ນ, ຍັງໄດ້ເນັ້ນຫຼາຍບັນຫາເພື່ອໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍ, ຄວາມສໍາຄັນຂອງວັນດັ່ງກ່າວ ເພື່ອນໍາເອົາເນື້ອໃນຈິດໃຈຂອງການປາຖະກະຖາຄັ້ງນີ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງທີ່ການຈັດຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້ມີຜົນງານຍິ່ງໃຫຍ່ຂຶ້ນກວ່າເກົ່າ.