ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍ ພັທ ສຸລິສັກ ສີສົດໃສ ຫົວໜ້າພະແນກຄຸມຂັງນັກໂທດ-ຖືກຫາ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ແລະ ພັຕ ໄຊຊະນະ ອິນທະວົງສາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ພ້ອມດ້ວຍກຸ່ມມົ່ວສຸມຢາເສບຕິດ ເຂົ້າຮ່ວມ.

ຮອ ສຸພາວັນ ສໍວິໄລສານ ຮອງຫົວໜ້າກອງໂຄສະນາ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ກ່າວວ່າ:

ກຸ່ມມົ້ວສຸມຢາເສບຕິດຄັ້ງນີ້ ມີຈຳນວນ 16 ຄົນ, ຮູບແບບການສຶກສາອົບຮົມ ແມ່ນໄດ້ນຳເອົາເອກະສານຕ່າງໆມາສຶກສາອົບຮົມ ເຊັ່ນ: ສິດ ແລະ ພັນທະຂອງພົນລະເມືອງລາວ, ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມລາວ, ຜົນຮ້າຍຂອງຢາເສບຕິດ, ປະມວນກົດໝາຍ ເລກທີ 315 ເລກທີ 319 ແລະ ເລກທີ 321 (ສະບັບປັບປຸງ) ແລະ ກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ, ຄວາມໝາຍ-ຄວາມສຳຄັນຂອງລະບຽບການຕ່າງໆ ແລະ ແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ປະຊາຊົນບັນດາເຜົ່າ.

ເຊິ່ງການສຶກສາອົບຮົມ ກໍເພື່ອໃຫ້ຮູ້ໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ເປັນໄພຄຸກຄາມຕໍ່ສັງຄົມ ແລະ ສ້າງຜົນເສຍຫາຍໃຫ້ແກ່ຊາວໜຸ່ມ ແລະ ປະເທດຊາດບ້ານເມືອງ, ຮັບຮູ້ໄດ້ເຖິງສິດ ແລະ ພັນທະຂອງພົນລະເມືອງລາວ ໂດຍສະເພາະຊາວໜຸ່ມທີ່ຈະກາຍເປັນໜໍ່ແໜງຂອງປະເທດຊາດ ເປັນຜູ້ສືບທອດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ເຂົ້າໃຈຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປັບປຸງແນວຄິດ ແລະ ພຶດຕິກຳຂອງຕົນ ເຮັດໃຫ້ຕົນເອງກາຍເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະເມືອງດີຂອງສັງຄົມ ພ້ອມກັນສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ໃຫ້ຫຼຸດນ້ອຍຖອຍລົງໄປເທື່ອລະກ້າວ.