ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດຈາກ ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ. ຈາກນັ້ນ, ໄດ້ຕັ້ງຈຸດກວດກາຕາມເສັ້ນທາງ ຈຶ່ງສາມາດສະກັດຜູ້ຂັບຂີ່ລົດ 6 ລໍ້ ໄດ້ຜູ້ຖືກຫາ 1 ຄົນ ພ້ອມຢາບ້າ 72.000 ເມັດ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຂໍ້ມູນວ່າ:

ໃນວັນທີ 22 ເມສາ 2022, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ ວ່າຈະມີການຂົນສົ່ງ-ເຄື່ອນຍ້າຍຢາເສບຕິດຈາກ ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ ດ້ວຍລົດບັນທູກ 6 ລໍ້. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຕາມເສັ້ນທາງເຂດບ້ານເມືອງຮາມ ເມືອງຊຳເໜືອ ແຂວງຫົວພັນ.

ຮອດເວລາປະມານ 17:00 ໂມງ ຂອງວັນດຽວກັນ ຈຶ່ງໄດ້ພົບເຫັນລົດບັນທຸກ 6 ລໍ້, ຍີ່ຫໍ້ໂຟຕອນ ສີຂາວ, ບໍ່ມີປ້າຍທະບຽນ ເປັນລົດເປົ້າໝາຍຂັບຂີ່ມາແຕ່ເສັ້ນທາງເຂດບ້ານດອນ ຫາ ເມືອງຊຳເໜືອ ແຂວງຫົວພັນ, ເຈົ້າໜ້າທີ່ຈຶ່ງໄດ້ລັດລົດຄັນດັ່ງກ່າວ ເພື່ອກວດຄົ້ນຕາມລະບຽບການ; ເຊິ່ງຜູ້ຂັບຂີ່ຊື່ ທ້າວ ຊູຫວ່າງ ອາຍຸ 34 ປີ ປະຊາຊົນຢູ່ບ້ານໂພນຄໍາ ເມືອງຊໍາເໜືອ ແຂວງຫົວພັນ.

ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ໄດ້ພົບຢາເສບຕິດປະເພດຢາບ້າ ຈໍານວນ 12 ແພັກ, ມີ 360 ຖົງ, ລວມ 72.000 ເມັດ, ຢູ່ໃນແກັດທາງຫຼັງເບາະນັ່ງ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຈັບຕົວຜູ້ກ່ຽວພ້ອມເຄື່ອງຂອງກາງ.

ດ້ານເຈົ້າໜ້າທີ່ ເປີດເຜີຍຕື່ມວ່າ: ປກສ ແຂວງຫົວພັນ ໄດ້ສຸມໃສ່ສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງຕໍ່ເນື່ອງ ສາມາດຈັບຜູ້ຖືກຫາມາດໍາເນີນຄະດີໄດ້ເປັນຈໍານວນຫຼາຍພໍສົມຄວນ; ຄຽງຄູ່ກັນນີ້, ປກສ ແຂວງຫົວພັນ ກໍໄດ້ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລາແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງໜ້າ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ບັນຫາຢາເສຍຕິດພາຍໃນແຂວງ ຫຼຸດລົງເທື່ອລະກ້າວ.