ປັດຈຸບັນ, ຢູ່ຫຼາຍປະເທດຄວາມປະເຊີນກັບໄພຄຸກຄາມຂອງຢາເສບຕິດ, ເຊິ່ງມີທັງການປູກ, ການຜະລິດ, ການເສບ, ການລັກລອບເຄື່ອນຍ້າຍ, ຄ້າ-ຂາຍ, ລຳລຽງຂົນສົ່ງຜ່ານຊາຍແດນ ແລະ ມີຈໍານວນເພີ່ມຂຶ້ນຢ່າງໄວວາ ແລະ ໜ້າເປັນຫ່ວງ; ຂະນະທີ່ ສປປ ລາວ ກໍໄດ້ຖືເອົາບັນຫານີ້ເປັນບັນຫາຮີບດ່ວນແຖວໜ້າທີ່ຕ້ອງເອົາໃຈໃສ່ ເພື່ອຮ່ວມມືກັນກັບບັນດາປະເທດເພື່ອນມິດໄກ້ຄຽງໃນການຄົ້ນຄ້ວາຊອກຫາວິທີແກ້ໄຂບັນຫານີ້ດ້ວຍຫຼາຍຮູບ ແບບ, ຫຼາຍມາດຕະການທີ່ເຫັນວ່າ ສອດຄ່ອງ ແລະ ເໝາະສົມກັບສະພາບການຕົວຈິງໃນປະເທດຂອງຕົນ; ໄລຍະຜ່ານມາ, ສປປ ລາວ ກໍໄດ້ຮ່ວມມືກັບຫຼາຍປະເທດ ໜຶ່ງໃນນັ້ນກໍແມ່ນຣາຊະອາຈັກໄທ ເພື່ອແກ້ໄຂບັນຫາການລັກລອບ ແລະ ຂົນສົ່ງ ຢາເສບຕິດຂ້າມຊາດ ຈົນສາມາດມ້າງຄະດີຢາເສບຕິດໄດ້ຈໍານວນບໍ່ໜ້ອຍໃນແຕ່ລະປີ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ທັງເປັນຫົວໜ້າຄະນະຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປກສ ກ່າວວ່າ: ການແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນຂອງເຈົ້າໜ້າທີ່ແມ່ນປະຕິບັດຕາມການປຶກສາຫາລືຂອງພະນະທ່ານນາຍົກລັດຖະມົນຕີຂອງສອງປະເທດລາວ-ໄທ; ເຊິ່ງລັດຖະບານລາວ ໄດ້ຕັດສິນໃຈສູງໃນການສ້າງຕັ້ງຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນລາວ -ໄທ ໂດຍມີການຮ່ວມມືຂອງສອງກະຊວງເປັນຫຼັກ ໂດຍສະເພາະແມ່ນກໍາລັງເຈົ້າໜ້າທີ່ຕໍາຫຼວດຂອງກະຊວງ ປກສ ແລະ ກຳລັງທະຫານຊາຍແດນຂອງກະຊວງປ້ອງກັນປະເທດ ປະກອບເຂົ້າໃນຄະນະປະຕິບັດງານດັ່ງກ່າວ ໂດຍເລັ່ງໃສ່ 4 ຈຸດໃຫຍ່ ຄື: ແຂວງບໍ່ແກ້ວ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນ ເປັນຈຸດສ່ຽງສໍາຄັນທີ່ຕ້ອງເລັ່ງໃສ່ເປັນພິເສດໃນເບື້ອງຕົ້ນ; ເຖິງວ່າຈະມີສະພາບການແຜ່ລະບາດຂອງພະຍາດໂຄວິດ -19 ແຕ່ບັນຫາຢາເສບຕິດຈາກເຂດສາມຫຼ່ຽມຄໍາ ແລະ ຈາກພາກພື້ນທີ່ອື່ນໆຂອງໂລກຍັງສືບຕໍ່ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມໃຫ້ແກ່ສອງປະເທດ ລາວ-ໄທ ຢ່າງໜັກໜ່ວງ ແລະ ບໍ່ມີສັນຍານວ່າ ຈະຫຼຸດລົງ; ແຕ່ກົງກັນຂ້າມສະພາບການລັກລອບລໍາລຽງຂົນສົ່ງ, ຊື້-ຂາຍ, ການຊົມໃຊ້ຢາເສບຕິດ, ສານເຄມີຕົ້ນ ແມ່ນມີທ່າອ່ຽງເພີ່ມຂຶ້ນທາງດ້ານປະລິມານ ແລະ ມີຄວາມຮຸນແຮງໃນການຕອບໂຕ້ຕໍ່ເຈົ້າໜ້າທີ່, ມີທັງການຊຸກເຊື່ອງ, ຫຼົບ ຫຼີກເຈົ້າໜ້າ ທີ່ດ້ວຍວິທີການເລີກແລບແນບນຽນກວ່າເກົ່າ; ແນວໃດກໍຕາມທັງສອງອົງການຄວບຄຸມຢາເສບຕິດ ລາວ-ໄທ ຕ້ອງໄດ້ສືບຕໍ່ກັນໃນການຮ່ວມມືໃຫ້ມີຄວາມແໜ້ນແຟ້ນ, ໃກ້ສິດກັນກວ່າເກົ່າຈຶ່ງຈະນໍາໄປສູ່ຜົນສໍາເລັດຮ່ວມກັນຢ່າງເປັນຮູບປະທໍາໃຫ້ຫຼາຍຂຶ້ນໄດ້.

ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວຕື່ມວ່າ: ໃນແຕ່ລະປີ ທັງສອງປະເທດ ໄດ້ຈັດກອງປະຊຸມສອງຝ່າຍ ລາວ-ໄທ ວ່າດ້ວຍການຮ່ວມມືຄວບຄຸມຢາເສບຕິດ, ມາເຖິງປັດຈຸບັນແມ່ນສາມາດຮ່ວມມືກັນໄດ້ທັງໝົດ 18 ຄັ້ງແລ້ວ ແລະ ຜ່ານມາ, ທັງສອງຝ່າຍມີຜົນສໍາເລັດຫຼາຍດ້ານໃນຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂຢາເສບຕິດຢູ່ຕາມບໍລິເວັນຊາຍແດນ ແລະ ພື້ນທີ່ຕ່າງໆ; ຈາກ ຜົນສໍາເລັດດັ່ງກ່າວນັ້ນ, ກໍຍ້ອນວ່າທັງສອງຝ່າຍ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນກວດກາ, ສະກັດກັ້ນການລັກລອບລໍາລຽງຂົນສົ່ງຢາ ເສບຕິດຂ້າມຊາດ, ການປະຕິບັດມາດຕະການທາງ ດ້ານກົດໝາຍ, ການບໍາບັດປິ່ນປົວຜູ້ຕິດຢາເສບຕິດ, ການໂຄສະນາຜົນຮ້າຍຂອງຢາເສບຕິດ, ການປູກ ພືດທົດແທນພືດທີ່ມີສານເສບຕິດ, ການປະຕິບັດໂຄງການແມ່ນໍ້າຂອງປອດໄພ ແລະອື່ນໆ.

ຕໍ່ກັບບັນຫາດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມມຸ້ງໝັ້ນຢ່າງໜັກແໜ້ນໃນການ ແກ້ໄຂບັນຫາດັ່ງກ່າວ, ຕະຫຼອດໄລຍະ 1 ປີຜ່ານມາ ສາມາດຍາດໄດ້ຜົນງານຫຼາຍດ້ານ; ໃນນີ້, ໄດ້ມີການ ຈັດຕັ້ງນໍາພາ-ຊີ້ນໍາ, ມີທິດທາງ, ມີນິຕິກໍາຕ່າງໆທີ່ ກ່ຽວຂ້ອງກັບການກວດກາ ແລະ ຄວບຄຸມຢາ ເສບຕິດ ໂດຍສະເພາະແມ່ນໄດ້ປັບປຸງບາງມາດ ຕາຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ ລັດຖະບານກໍໄດ້ຍົກເອົາບັນຫາຢາເສບຕິດຂຶ້ນເປັນວາລະແຫ່ງຊາດ ເລີ່ມຈັດຕັ້ງປະຕິບັດແຕ່ປີ 2021-2023 ໂດຍປະກອບມີ 6 ໜ້າວຽກໃຫຍ່.

ແຕ່ເຖິງຢ່າງໄດກໍຕາມ, ພາຍຫຼັງການປະຕິບັດເນື້ອໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ລວມທັງໄດ້ຮັບການສະໜັບສະໜູນ, ປະ ສານສົມທົບຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງປະເທດໄກ້ຄຽງ ແລະ ສາກົນ ເຊື່ອວ່າບັນ ຫາຢາເສບຕິດໃນລາວຈະໄດ້ຮັບການແກ້ໄຂໃຫ້ ຖືກຈຸດ ແລະ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.