ໃນວັນທີ 29 ເມສາ 2022, ພົຈວ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງເຊກອງ ໄດ້ເນັ້ນໃຫ້ອົງການປົກຄອງ 9 ບ້ານ ຂຶ້ນກັບເຂດຈຸດສຸມພັດທະນາທີ 4 ເມືອງທ່າແຕງ ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ໂດຍສະເພາະ ອົງການປົກຄອງບ້ານ ກັບ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດຂັ້ນເມືອງ ຕ້ອງເອົາໃຈໃສ່ຮ່ວມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ປະກົດຜົນເປັນຈິງ ໂດຍຕິດພັນກັບການຜັນຂະຫຍາຍທຸກມະຕິຂອງພັກ ແລະ ລັດວາງອອກຢ່າງແຂງແຮງ ໂດຍສະເພາະແມ່ນ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.

ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງເຊກອງ ກ່າວວ່າ:

ໃນຕໍ່ໜ້າ, ປກສ-ປກຊ ທຸກພາກສ່ວນພາຍໃນບ້ານ ຕ້ອງເຮັດວຽກງານການເມືອງ-ແນວຄິດໃຫ້ພະນັກງານ ໃນໄລຍະການແພ່ລະບາດພະຍາດໂຄວິດ-19 ແລະ ນໍາເອົາທິດທາງແຜນການ, ກິດຈະກໍາກ່ຽວກັບວາລະແຫ່ງຊາດຕ້ານຢາເສບຕິດ, ມາດຕະການຜ່ອນຜັນ, ຄໍາສັ່ງ ແລະ ແຈ້ງການຕ່າງໆ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເຮັດວຽກງານປ້ອງກັນຄວາມສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ເຄື່ອນໄຫວຕິດຕາມ, ກວດກາກຸ່ມສ່ຽງຕໍ່ຜົນຮ້າຍຂອງສິ່ງເສບຕິດ, ຮ່ວມແຮງຮ່ວມໃຈກັນແກ້ໄຂຈຸດມົ້ວສຸມຕ່າງໆ ໂດຍເລີ່ມຈາກຄອບຄົວຂຶ້ນມາ, ການເໜັງຕີງຂອງພົນລະເມືອງ, ສຶກສາອົບຮົມບັນດາເປົ້າໝາຍ, ເພີ່ມທະວີໃນການປະສານສົມທົບສາຍຕັ້ງສາຍຂວາງ ເພື່ອຊອກໃຫ້ເຫັນທ່າແຮງທີ່ບົ່ມຊ້ອນຂອງແຕ່ລະບ້ານ ແລ້ວມອບວຽກງານໃຫ້ຕາມຄວາມອາດສາມາດຕົວຈິງ.

ນອກນີ້, ກໍຕ້ອງມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດໃຫ້ຖືກຕ້ອງ ແລະ ທັນເວລາ ເພື່ອແນໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນຢູ່ພາຍໃນເຂດ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ ເພື່ອພ້ອມກັນບຸກບືນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ປະກົດຜົນເປັນຈິງ.

ໃນໂອກາດດຽວກັນນີ້, ຫົວໜ້າກອງບັນຊາການ ຍັງໄດ້ມອບເງິນສົດຈໍານວນ 2 ລ້ານກີບ ໃຫ້ ປກສ ເມືອງທ່າແຕງ ເພື່ອນໍາໃຊ້ໃນວຽກງານວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຢາເສບຕິດ.