ກອງພັນ 207 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດພະນັກງານພັກການຮັບອຸດໜູນບຳນານ ໃນວັນທີ 29 ເມສາ 2022, ເຂົ້າຮ່ວມໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະກອງພັນ ພ້ອມດ້ວຍຜູ້ທີ່ພັກການຮັບອູດໜູນບໍານານ ເຂົ້າຮ່ວມ.

ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ພັທ ກອງແກ້ວ ກຸສານົນ ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ. ໃນນີ້, ອະນຸມັດໃຫ້ນາຍຕຳຫຼວດທີ່ຂຶ້ນກັບ ກອງພັນ 207 ພັກການຮັບອຸດໜູນບຳນານ ຈຳນວນ 1 ສະຫາຍ ຄື: ພັທ ຄຳພູມີ ດີມາກ ຫົວໜ້າກອງພັນ 207.

ໃນໂອກາດດຽວກັນ, ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫາຍສ້າງໄວ້ ໃນກຳລັງປ້ອງກັນຄວາມສະຫງົບ ເຊິ່ງສະຫາຍໄດ້ສຸມທຸກສະຕິປັນຍາເຫື່ອແຮງ ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານປະສົບຜົນສຳເລັດ ໃນໄລຍະຜ່ານມາ, ເຊິ່ງພາຍຫຼັງທີ່ພັກການຮັບອູດໜູນບຳນານແລ້ວ ຕ້ອງໄດ້ປະກອບສ່ວນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.