ໃນວັນທີ 3 ພຶດສະພາ 2022, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດ ວັນກຳມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886-1 ພຶດສະພາ 2022) ເຜີຍແຜ່ໂດຍ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຕາງໜ້າສະຫະພັນກຳມະບານ, ແມ່ຍິງ, ຊາວໝຸ່ມ ແລະ ສະມາຊິກ ເຂົ້າຮ່ວມຮັບຟັງ.

ທ່ານ ບຸນທັນ ບຸນທະວິໄລ ໄດ້ກ່າວເຖິງປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນ ແລະ ພາລະກໍາປະຫວັດສາດຂອງຂະບວນການກໍາມະກອນສາກົນ, ສະພາບຈຸດພິເສດການຕໍ່ສູ້ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ພາລະກຳປະຫວັດສາດ, ລັກສະນະດີເລີດຂອງຊົນຊັ້ນກຳມະກອນສາກົນ 136 ປີ ແລະ ຕິດພັນກັບຊົນຊັ້ນກຳມະກອນລາວ ໃນການປະກອບສ່ວນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກຳມະກອນລາວ.

ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມລິກາ ຢູ່ເມືອງຊິກາໂກ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນທີ່ວ່າ ”ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງຕ້ອງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ”; ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ແລະ ໃນວັນທີ 14 ກໍລະກົດ 1889, ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ  II ໄດ້ໄຂຂຶ້ນຢູ່ນະຄອນຫຼວງປາຣີ ເຊິ່ງກອງປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ລັດເຊຍ ໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນ ວັນກຳມະກອນສາກົນ.

ສະເພາະຢູ່ ສປປ ລາວ ໃນທຸກໆປີ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງການສະເຫຼີມສະຫຼອງເພື່ອລະນຶກເຖິງມູນເຊື້ອການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ປັດຈຸບັນ, ອົງການກໍາມະບານ ໄດ້ຮັບການຍົກສູງ ແລະ ພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງເປັນກໍາລັງຫຼັກແຫຼ່ງໜຶ່ງທີ່ມີລະດັບຄວາມຮູ້ສູງທາງດ້ານການເມືອງແນວຄິດ, ເປັນນັກຄົ້ນຄວ້າ, ນັກວິທະຍາສາດ, ນັກເຕັກນິກວິຊາການທີ່ບັນຈຸຢູ່ໃນຂະແໜງວຽກທີ່ສໍາຄັນຂອງ ລັດວິສາຫະກິດ ແລະ ພາກເອກະຊົນ, ບໍລິສັດ, ໂຮງຮຽນ-ໂຮງໝໍ, ໂຮງຈັກ-ໂຮງານ, ຫົວໜ່ວຍການຜະລິດ ແລະ ບັນຈຸຢູ່ຕາມກົງຈັກພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ຂະຫຍັນຂັນແຂງໃນການນໍາໃຊ້ເຕັກນິກວິທະຍາສາດເຂົ້າໃນການຜະລິດ, ສ້າງເສດຖະກິດ ກໍຄື ສ້າງນະວັດຕະກຳໃໝ່ຕາມທິດຫັນສູ່ທັນສະໄໝປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຂຶ້ນຢ່າງບໍ່ຢຸດຢັ້ງ.

ນອກນີ້, ທ່ານກໍຍັງໄດ້ຮຽກຮ້ອງໃຫ້ ສະຫະພັນກໍາມະບານ ຮາກຖານອົງການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນນຳເອົາມູນເຊື້ອຂອງກຳມະບານສາກົົນ ເຂົ້າໄປຈັດຕັ້ງປະຕິບັດໃນໄອຍະການປະຊາຊົນໃຫ້ມີຜົນສຳເລັດ, ຕັ້ງໜ້າຝຶກຝົນຕໍ່ຕົນເອງໃຫ້ມີຄວາມດີເດັ່ນ, ຫ້າວຫັ້ນຕໍ່ກັບໜ້າວຽກງານປະກອບສ່ວນເຮັດໃຫ້ ອົງການໄອຍະການປະຊາຊົນ ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວ; ຍົກສູງຄຸນນະພາບໃນການສັ່ງຟ້ອງ ໃນການຕິດຕາມກວດກາປະຕິບັດກົດໝາຍ ຢ່າງມີປະສິດທິຜົນ ແລະ ເຮັດໃຫ້ສົງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດ-ສັງຄົມ ຂະຫຍາຍຕົວເປັນກ້າວໆ.