ທ່ານ ໄພວີ ສີບົວລະພາ ລັດຖະມົນຕີກະຊວງຍຸຕິທໍາ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອານແນດຕ໌ ນົບໂບລສ໌ ( Annette KNOBLCH ) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ໃນວັນທີ 28 ເມສາ 2022 ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືໃນຂົງເຂດລັດແຫ່ງກົດໝາຍ.

ທ່ານ ໄພວີ ສີບົວລະພາ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ທົບທວນຄືນໃນການຊ່ວຍເຫຼືອເຊິ່ງກັນແລະກັນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການພົວພັນຮ່ວມມືລະຫວ່າງ ກະຊວງຍຸຕິທໍາ ສປປ ລາວ ແລະ ລັດຖະບານເຢຍລະມັນ ປີ 2017-2021 ແລະ ທິດທາງ 2022, ເຊິ່ງນັບແຕ່ປີ 2017 ການພົວພັນຮ່ວມມືລະຫວ່າງ ກະຊວງຍຸຕິທໍາ ແລະ ລັດຖະບານເຢຍລະມັນ ຍັງບໍ່ທັນໄດ້ມີການລົງນາມການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ (MOU), ແຕ່ໄດ້ໃຫ້ການຊ່ວຍເຫຼືອ ກະຊວງຍຸຕິທໍາ ຜ່ານແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຫຼື ເຊກາ ຮ່ວມກັບ ສະຫະພາບເອີຣົບ (EU) ແລະ ລັດຖະບານສະວິດສະແລນ (SDC) ລວມມູນຄ່າທັງໝົດ 18.500.000 ເອີໂຣ.

ໃນໄລຍະຈັດຕັ້ງປະຕິບັດ 5 ປີ (ມັງກອນ 2017-ຕຸລາ 2022) ຮ່ວມກັບ ສະພາແຫ່ງຊາດ, ກະຊວງພາຍໃນ ແລະ ກະຊວງການຕ່າງປະເທດ, ແຜນງານເຊກາ ມີກອງເລຂາເປັນຈຸດປະສານງານຫຼັກຢູ່ກະຊວງພາຍໃນ, ກົນໄກການຄຸ້ມຄອງບໍລິຫານດ້ານການເງິນ ແມ່ນຜ່ານອົງການ GIZ ເຢຍລະມັນ. ສໍາລັບ ກະຊວງຍຸຕິທໍາ ແມ່ນຈັດຕັ້ງປະຕິບັດຜົນໄດ້ຮັບທີ 3 ຮ່ວມກັບ ກະຊວງການຕ່າງປະເທດ ໃນມູນຄ່າ 8.500.000 ເອີໂຣ (ສະເພາະລັດຖະບານ ເຢຍລະມັນ 3.500.00 ເອີໂຣ) ເຂົ້າໃນວຽກງານການສ້າງລັດປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດ ແລະ ແຜນງານ CEGGA ຈະສິ້ນສຸດລົງໃນເດືອນຕຸລາ 2022 ແລະ ຜູ້ໃຫ້ທຶນຈະສືບຕໍ່ໄລຍະ 2 ເປັນເວລາ 4 ປີ ເລີ່ມເດືອນພະຈິກ 2022-ກັນຍາ 2025.

ຜ່ານການຈັດຕັ້ງປະຕິບັດແຜນງານລະຫວ່າງ ກະຊວງຍຸຕິທໍາ ແລະ ແຜນງານ CEGGA ກໍຄື ການພົວພັນຮ່ວມມືກັບລັດຖະບານເຢຍລະມັນ ແຕ່ 2017-2021 ສາມາດສັງລວມບາງຜົນໄດ້ຮັບທີ່ພົ້ນເດັ່ນ ເຊັ່ນ: ໃຫ້ການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ແລະ ງົບປະມານ ເຂົ້າໃນວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ, ສະໜັບສະໜູນການຈັດສໍາມະນາຄົ້ນຄວ້າວິທະຍາສາດ ຄັ້ງທີ 3 ໃນຫົວຂໍ້ “ສ້າງລັດປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ”; ທ້າຍປີ 2019 ໄດ້ເຊີນຊ່ຽວຊານຈາກ 9 ປະເທດ ມາແລກປ່ຽນບົດຮຽນຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມສໍາມະນາຫົວຂໍ້ລະດັບຊາດ ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ, ສະໜັບສະໜູນການສ້າງ ແລະ ປັບປຸງນິຕິກໍາ ພ້ອມທັງສໍາເລັດການຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ.

ທິດທາງແຜນການໃນຕໍ່ໜ້າ, ທັງສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາ ແລະ ຕົວຊີ້ວັດແຜນງານ CEGGA ໃນໄຕມາດສຸດທ້າຍ ໃຫ້ສໍາເລັດຕາມຄາດໝາຍ, ປັບປຸງກົນໄກການປະສານງານ, ສ້າງຄວາມສາມັກຄີລະຫວ່າງຜູ້ຈັດຕັ້ງປະຕິບັດແຜນງານ ແລະ ຜູ້ໃຫ້ທຶນ ໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ, ສ້າງຂີດຄວາມສາມາດໃຫ້ພະນັກງານຂະແໜງການຍຸຕິທໍາ ເຂົ້າເຖິງການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ໂດຍຜ່ານຮູບແບບວິຖີການດໍາລົງຊີວິດ ແລະ ເຮັດວຽກແບບໃໝ່ (New Normal) ເພື່ອຮັບປະກັນການປະຕິບັດກິດຈະກໍາໃຫ້ສໍາເລັດ ໃນໄລຍະໂຄວິດ-19 ລະບາດ.