ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022 ໃນອາທິດຜ່ານມານີ້, ເປັນປະທານຂອງ ພັທ ພົມມາລາ ບົວລະພາ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ, ເຂົ້າຮ່ວມໂດຍ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ພະນັກງານຫຼັກແຫຼ່ງ, ປກສ ບໍລິການປະຊາຊົນ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ນັນຕະໄຊ ລັດຖະຈັກ ຫົວໜ້າພະແນກຫ້ອງການກອງບັນຊາການ ປກສ ເມືອງທ່າແຂກ ຜ່ານບົດສະຫຼຸບ ປະຈຳປີ 2021 ແລະ ທິດທາງແຜນ ການ ປະຈຳປີ 2022 ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງທ່າແຂກ ໄດ້ເອົາໃຈໃສ່ເຮັດວຽກງານການເມືອງນຳພາ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໜັ້ນຕໍ່ການນຳພາຂອງພັກ-ລັດ, ຈຳແນກໄດ້ມິດ, ສັດຕູຢ່າງຈະແຈ້ງ, ເຮັດໜ້າທີ່ວຽກງານວິຊາສະເພາະໄດ້ສຳເລັດຕາມການມອບໝາຍ ໂດຍໄດ້ອີງໃສ່ການຈັດຕັ້ງປະຕິບັດຜ່ານມາ ສາມາດແກ້ໄຂ ແລະ ມ້າງລາຍ ຄະດີໄດ້ 241 ເລື່ອງ, ຜູ້ຖືກຫາ 280 ຄົນ ຍິງ 24 ຄົນ; ໃນນີ້, ຄະດີເສດຖະກິດເກີດຂຶ້ນ 61 ເລື່ອງ, ຜູ້ຖືກຫາ 83 ຄົນ ຍິງ 7 ຄົນ, ຜົນເສຍຫາຍລົດຈັກ 18 ຄັນ, ເງິນສົດ 130.575.000 ກີບ, ເງິນບາດ 18.600 ບາດ, ຄຳ 2 ບາດ, ຢາງພະລາ 1.900 ກິໂລ, ດິນນາ 1 ຕອນ, ສາຍກາບທອງ ແດງ ຈຳນວນ 80 ຄູ້ຍາວ 400 ເເມັດ, ລວມມູນຄ່າເສຍຫາຍ ທັງໝົດ 426.645.000 ກີບ, ເກັບ ກູ້ຄືນມາໄດ້ ແລະ ມອບຄືນໃຫ້ເຈົ້າຂອງ ເດີມລົດຈັກ 6 ຄັນ, ເງິນກີບຈຳນວນ 340.815.000 ກີບ, ມ້າງຄະດີຢາເສບຕິດໄດ້ 180 ເລື່ອງ, ຜູ້ຖືກຫາ 197ຄົນ ຍິງ 17 ຄົນ, ຢຶດຂອງກາງຢາບ້າໄດ້ 7.150 ເມັດ, ຢາໄອສ໌ 2 ຖົງ, ກັນຊາອັດ ແທ່ງ 540 ກິໂລ, ມີອຸບັດຕິເຫດເກີດຂຶ້ນ ທັງໝົດ 20 ຄັ້ງ ມີ 50 ຄົນ ຍິງ 15 ຄົນ, ບາດເຈັບສົມ ຄວນ 19 ຄົນ, ບາດເຈັບເລັກ ໜ້ອຍ 20 ຄົນ, ບາດເຈັບສາຫັດ 5 ຄົນ ແລະ ເສຍຊີວິດ 6 ຄົນ, ພາຫະນະເປ່ເພ ທັງໝົດ 48 ຄັນ, ໄດ້ເກັບກຳສະຖິຕິນັກລົງທຶນຄົນຕ່າງປະເທດຢູ່ໃນຕົວເມືອງທ່າແຂກໄດ້ 12 ຄັ້ງ, ເກັບກຳສະຖິຕິຄົນຕ່າງປະເທດລັກລອບເຂົ້າມາປະກອບອາຊີບ, ດຳເນີນທຸລະກິດຕາມໂຮງ ຈັກ, ໂຮງງານໄດ້ 20 ຄັ້ງ, ລົງປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງໄດ້ 24 ຄັ້ງ, ລົງຕິດຕາມສະພາບຊາຍແດນລາວ-ໄທ 12 ຄັ້ງ, ລົງ ຕິດຕາມຮ້ານອິນເຕີເນັດໄດ້ 1 ຄັ້ງ, ສຶກສາອົບຮົມກ່າວເຕືອນຄົນຕ່າງປະເທດທີ່ ລະເມີດລະບຽບກົດໝາຍຂອງ ສປປ ລາວ 42 ຄົນ ຍິງ 15 ຄົນ.

ພັອ ທິບພະຈັນ ໂພໄຊ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນ 1 ປີຜ່ານມາ ຕິດພັນກັບການຊີ້ນໍາຄະນະພັກ-ຄະນະກອງບັນຊາການເອົາໃຈໃສ່ເຮັດວຽກງານການເມືອງນຳພາ-ແນວຄິດເປັນກົກ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການແກ້ໄຂລາຍຄະດີໃຫ້ຖືກຕ້ອງ ແລະ ສອດຄ່ອງໄປຕາມລະບຽບກົດໝາຍ, ສຶກສາອົບຮົມພໍ່-ແມ່ປະຊາຊົນ ຢູ່ບັນດາທ້ອງຖິ່ນຮາກຖານໃຫ້ມີສ່ວນຮ່ວມຫຼາຍຂຶ້ນ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນກໍແມ່ນການແກ້ໄຂບັນຫາຢາເສບຕິດ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຕາມຄາດໝາຍ 100%.