ກອງບັນຊາການທະຫານ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຊຸດອົບຮົມຫັດແອບວິຊາການເມືອງ-ການທະຫານໃຫ້ ກຳລັງກອງຮ້ອຍກອງຫຼອນ ປະຈຳປີ 2022 ຂຶ້ນໃນວັນທີ 29 ເມສາ 2022, ເຂົ້າຮ່ວມມີ ພັທ ຄຳສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະ ທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ, ມີຄະນະພັກກອງບັນຊາການ ປກສ ເມືອງ, ຄະນະຮັບຜິດຊອບ ແລະ ຄູສອນ, ນາຍບ້ານ, ຫົວໜ້າກອງຮ້ອຍກອງຫຼອນບ້ານ ເຂົ້າຮ່ວມ.

ພັທ ສະຫວິນ ແກ້ວເມືອງພວນ ຫົວໜ້າພະແນກເສນາ ກອງບັນຊາການທະຫານ ເມືອງສັງທອງ ໄດ້ຜ່ານແຜນການອົບຮົມຄັ້ງນີ້ ວ່າ:

ການເປີດຊຸດອົບຮົມວິຊາການເມືອງ-ການທະຫານໃຫ້ກັບ ກຳລັງກອງຮ້ອຍກອງຫຼອນ ຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ກັບ ກຳລັງກອງຮ້ອຍກອງຫຼອນ ໄດ້ມີຄວາມຮູ້-ຄວາມເຂົ້າໃຈຢ່າງຖືກວິທີ, ມີຄວາມສຳນິຊໍານານທາງດ້ານສິລະປະຍຸດ-ຍຸດທະວິທີ, ມີພິກໄຫວຄ່ອງແຄ້ວຮັບປະກັນໃນການສູ້ຮົບ ແລະ ສ້າງໃຫ້ກອງຫຼອນເປັນທະຫານທ້ອງຖິ່ນ ທີ່ດີມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດໃນການປົກປັກຮັກສາເຂດນໍ້າແດນດິນໃຫ້ມີຄວາມສະຫງົບ-ປອດໄພ.

ຊຸດຝືກອົບຮົມຄັ້ງນີ້ ໃຊ້ເວລາ 5 ວັນ, ມີ 2 ກອງຮ້ອຍກອງຫຼອນ ໃນຈຳນວນ 18 ບ້ານ, ແບ່ງອອກເປັນ 2 ພາກຝຶກອົບຮົມ ຄື: ພາກການເມືອງ, ພາກສິລະປະຢຸດ ແລະ ຢຸດທະວິທີ.