ໃນວັນທີ 3-4 ພຶດສະພາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ແຂວງວຽງຈັນ, ໂດຍມີ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ, ພະແນກການ ແລະ ປະຊາຊົນ ຈຳ ນວນໜຶ່ງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້, ທ່ານ ຄໍາພັນ ສິດທິດຳພາ ຕາງໜ້າອົງການປົກຄອງແຂວງໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຫັນວ່າທ່າແຮງຕົ້ນຕໍຂອງແຂວງ ແມ່ນມີທົ່ງພຽງທີ່ກວ້າງໃຫຍ່, ມີເນື້ອທີ່ທໍາການຜະລິດກະສິກໍາກວ້າງຂວາງ,  ມີຊັບພະຍາກອນບໍ່ແຮ່ທີ່ສໍາຄັນຫຼາຍແຫ່ງ, ມີແມ່ນໍ້າທີ່ສໍາຄັນຫຼາຍສາຍ, ມີເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເສັ້ນທາງລົດໄຟລາວ-ຈີນ ທີ່ສາມາດເຊື່ອມໂຍງ-ເຊື່ອມຈອດ ກັບບັນດາແຂວງອ້ອມຂ້າງ ແລະ ອອກສູ່ ສປ ຈີນ, ເຊິ່ງໜຶ່ງໃນສະຖານນີທີ່ສຳຄັນກໍແມ່ນສະຖານນີວັງວຽງ ໄດ້ເປັນຈຸດຂົນສົ່ງສິນຄ້າປະເພດຕ່າງໆ, ທັງເປັນຈຸດເຊື່ອມກັບແຫຼ່ງທ່ອງທ່ຽວເມືອງວັງວຽງ ແລະ ໜ້າເຂື່ອນໄຟຟ້ານໍ້າງື່ມ 1. ຕາມແຜນການຮັບນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດໃນໄລຍະຜ່ອນຜັນຂອງການລະບາດພະຍາດໂຄວິດ-19 ນີ້, ເມືອງວັງວຽງ ກໍໄດ້ຖືກກຳນົດເປັນເມືອງທ່ອງທ່ຽວສີຂຽວ. ປັດຈຸບັນ, ແຂວງວຽງຈັນ ພວມສຸມໃສ່ຍູ້ແຮງການຜະລິດໃຫ້ເຂັ້ມແຂງ ໂດຍເລີ່ມຈາກສັງຄົມຜະລິດ, ຊຸກຍູ້ຫົວໜ່ວຍຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ສ້າງຜະລິດຕະພັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດຢ່າງເຂັ້ມງວດ ກໍຄືພວມສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ສຳລັບ ປີ 2021, GDPຂອງແຂວງ​ຂະ​ ຫຍາຍ​ຕົວ 4%, ​​ເທົ່າ​ກັບ 71,42% ຂອງ​ແຜນການ, ​ສະ​ເລ່ຍຕໍ່​ຫົວ​ຄົນໄດ້ 18,02 ລ້ານ​​ກີບ ຫຼື​ ເທົ່າ​ກັບ 1.882 ໂດ​ລາຕໍ່ປີ.​ ການເກັບລາຍຮັບເຂົ້າງົບປະມານປະ​ຕິ​ບັດ​ໄດ້ 209,18 ຕື້ກີບ, ​ເທົ່າ​ກັບ 95,10% ຂອງ​ແຜນ. ສໍາລັບ 3 ເດືອນຕົ້ນປີ 2022, GDP ​ເພີ່ມຂຶ້ນ 1 % ເທົ່າກັບ 22,22% ຂອງແຜນການ, ເກັບລາຍຮັບເຂົ້າງົບປະມານປະ​ຕິ​ບັດ​ໄດ້ 45,02 ຕື້ກີບ, ​ເທົ່າ​ກັບ 19,76% ຂອງ​ແຜນການ.​

ໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ແຂວງ ສາມາດຍາດມາໄດ້ໄລຍະຜ່ານມາ ແລະ ໄດ້ຊີ້ນຳໃຫ້ແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ:

  1. ເອົາໃຈໃສ່ປັບປຸງລະບອບແບບແຜນການດຳເນີນງານ, ແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຂວງໃນແຕ່ລະໄລຍະ, ມີຄວາມໜັກແໜ້ນ, ເປັນເອກະພາບສູງ, ບົນຫຼັກການລວມສູນປະຊາທິປະໄຕ, ຕ້ອງສ້າງການຫັນປ່ຽນໃນວຽກງານພະນັກງານ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວພັກ-ພະນັກງານ ໃຫ້ໄດ້ຢ່າງທັນການ;
  2. . ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ຄຸ້ມຄອງບັນດາໂຄງການລົງທຶນຂະໜາດໃຫຍ່ຢູ່ແຂວງ ໃຫ້ມີຄວາມສະຫງົບ, ປອດໄພ ເປັນຕົ້ນແມ່ນ ໂຄງການທາງດ່ວນ, ໂຄງການເສັ້ນທາງລົດໄຟ ແລະ ອື່ນໆ;
  3. . ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ໃຫ້ເລິກເຊິ່ງກວ່າເກົ່າ, ເອົາໃຈໃສ່ປະສານງານກັບບັນດາແຂວງອ້ອມຂ້າງໃນການແກ້ໄຂບັນຫາຕ່າງໆຮັບປະກັນໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ  ເປັນເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການທຳມະຫາກິນຂອງປະຊາຊົນ;
  4. . ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງແຂງແຮງເນື່ອງຈາກການປະຕິິບັດຕົວຈິງແມ່ນຢູ່ຂັ້ນທ້ອງຖິ່ນ ໂດຍໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນຕ່າງໆ ບໍ່ວ່າໃນຮູບແບບການລົງທຶນແບບປົກກະຕິ ຫຼື ແບບທົດລອງ ໃຫ້ມີປະສິດທິຜົນ ເປັນຕົ້ນໂຄງການລົງທຶນດ້ານແຮ່ທາດເພື່ອບໍ່ໃຫ້ມີບັນຫາຂໍ້ຂັດແຍ່ງທາງດ້ານພື້ນທີ່, ການສໍ້ໂກງປະລິມານ ແລະຄວາມເຂັ້ມຂຸ້ນ, ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບຈາກໂຄງການຕ່າງໆ ເປັນຕົ້ນ ໂຄງການບໍ່ແຮ່, ການສົົ່ງອອກແຮ່ທາດ, ໂຄງການຂຸດຄົ້ນຊັບສິນດີຈີຕອນ ແລະ ອື່ນໆໃຫ້ໄດ້ຕາມສັນຍາ ແລະ ກົດໝາຍ;
  5. . ສືບຕໍ່ເອົາໃຈໃສ່ຄຸ້ມຄອງແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມຍືນຍົງ, ມີການບໍລິການທີ່ເປັນມາດຕະຖານ, ກຳນົດລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ບັນດາສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມເໝາະສົມບໍ່ສວຍໂອກາດເອົາປຽບລູກຄ້າ.

ການເຄື່ອນໄຫວເຮັດວຽກຢູ່ແຂວງວຽງຈັນ ໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຄງການຂຸດຄົ້ນແຮ່ເຫຼັກທີ່ບ້ານຊ່ວງ, ເມືອງວັງວຽງ; ຢ້ຽມຢາມໂຮງງານໄມ້ອັດ ຂອງບໍລິສັດບົວລະພາ ທີ່ເມືອງຫີນເຫີບ; ຢ້ຽມຢຽມໂຄງການຂຸດຄົ້ນຊັບສິນດີຈິຕອນ ຂອງບໍລິສັດພົງຊັບທະວີທີ່ເມືອງທຸລະຄົມ; ຢ້ຽມຢາມໂຄງການພັດທະນາ ທີ່ໂຮງແຮມແດນສະຫວັນນໍ້າງື່ມລີສອດ ແລະ ໄດ້ມອບເງິນຈຳນວນໜຶ່ງ ໃຫ້ອົງການປົກຄອງແຂວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານລວມຂອງແຂວງ ຕື່ມອີກ.