ຄະນະພັກຮາກຖານ ກົມສື່ສານ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວຊີ້ນໍາ-ນໍາພາ ປະຈໍາໄຕມາດ I ແລະ ວາງທິດທາງແຜນການ ປະຈໍາໄຕມາດ II ປີ 2022 ໃນວັນທີ 5 ພຶດສະພາ 2022, ເປັນປະທານໂດຍ ພົຈວ ແສງປະເສີດ ສຸທໍາມະວົງ ຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ພະແນກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ພັອ ບົວພັນ ສີສະຫວັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມສື່ສານ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ ປະຈໍາໄຕມາດ I ເປັນຕົ້ນ ແມ່ນ:

ຄະນະພັກຮາກຖານ ໄດ້ເອົາໃຈໃສ່ຕິດຕາມ, ກວດກາແຜນການກ່ໍສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕາມ 4 ຄາດໝາຍ 5 ວຽກງານຈຸດສຸມຂອງຮາກຖານພັກວາງອອກ ໃຫ້ບັນລຸໄດ້ຄາດໝາຍ ແລະ ຖືເອົາບັ້ນດໍາເນີນຊີວິດການເມືອງ ເປັນການກວດກາ, ຕີລາຄາ, ສຶກສາອົບຮົມສະມາຊິກພັກ, ພະນັກງານໃຫ້ມີແນວຄິດທະລຸເຂົ້າໃນລະບຽບຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ກາຍເປັນພະນັກງານທີ່ດີ ແລະ ມີຄຸນນະພາບ.

ພ້ອມນີ້, ໄດ້ເອົາໃຈໃສ່ສຶກສາອົບຮົມມະຫາຊົນກ້າວໜ້າ ທີ່ໄດ້ຮໍ່າຮຽນກົດລະບຽບຂອງພັກເປັນປົກກະຕິ ພ້ອມທັງຊຸກຍູ້ຕິດຕາມກວດກາບັນດາເປົ້າໝາຍມະຫາຊົນກ້າວໜ້າດັ່ງກ່າວ ເພື່ອຂະຫຍາຍເຂົ້າພັກ, ໄດ້ກວດກາປະຫວັດມະຫາຊົນກ້າວໜ້າ ຜູ້ທີ່ຮຽນລະບຽບແລ້ວ ເພື່ອສະເໜີເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 9 ສະຫາຍ ແລະ ສະມາຊິກພັກສໍາຮອງ ເລື່ອນຂຶ້ນເປັນ ສະມາຊິກພັກສົມບູນ ຈໍານວນ 4 ສະຫາຍ.

ວຽກງານກໍ່ສ້າງພະນັກງານ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ໃນການກໍ່ສ້າງພະນັກງານ-ນັກຮົບ ຕາມແຜນ ແລະ ສອດຄ່ອງກັບໜ້າທີ່ວຽກງານວິຊາສະເພາະຂອງກົມ, ຄົ້ນຄວ້ານໍາສົ່ງພະນັກງານໄປຍົກລະດັບທາງດ້ານວິຊາສະເພາະຊັ້ນສູງ ລະບົບບໍາລຸງ 1 ສະຫາຍ, ປະລີນຍາຕີກໍ່ສ້າງ 2 ສະຫາຍ, ສົ່ງພະນັກງານຂັ້ນນໍາພາ ໄປຍົກລະດັບທິດສະດີ ລະບົບກໍ່ສ້າງ 2 ປີ 1 ສະຫາຍ ແລະ ສົ່ງກໍາລັງໃໝ່ໄປຮຽນວິຊາສະເພາະ ຢູ່ໂຮງຮຽນ ປກສ ຊັ້ນຕົ້ນ ແຂວງສາລະວັນ ຈໍານວນ 42 ສະຫາຍ ຍິງ 9 ສະຫາຍ.

ທິດທາງແຜນການໃນຕໍ່ໜ້າ, ຈະສືບຕໍ່ປັບປຸງກົງຈັກການຈັດຕັ້ງພັກ ຂັ້ນໜ່ວຍພັກ ແລະ ຈຸພັກ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງຕາມພາລະບົດບາດ ແລະ  ສະພາບຄວາມເປັນຈິງ, ສັບຊ້ອນພະນັກງານເຂົ້າເຮັດວຽກງານຕາມຄວາມຮູ້, ຄວາມສາມາດຕົວຈິງ ພ້ອມນັ້ນກໍຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່ຂອງກົມ, ຫ້ອງການ, ພະແນກ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.