ຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ຂັ້ນຫ້ອງວ່າການ ກະຊວງ ປກສ ຄຸ້ມຄອງ ໃນວັນທີ 5  ພຶດສະພາ 2022, ໂດຍມີ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະຫ້ອງການເມືອງ, ຄະນະພະແນກ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ສີວັນທາ ເພຍສາຂາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ກ່າວວ່າ

ແຜນກຳນົດພະນັກງານ ແມ່ນຂະບວນວິວັດແຫ່ງການສ້າງພະນັກງານຫຼັກແຫຼ່ງ ທັງໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກໍານົດພະນັກງານ ແມ່ນເພື່ອບຳລຸງ-ກໍ່ສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ຄົບມາດຖານ-ເງື່ອນໄຂ ຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາ ຕາມເປົ້າໝາຍຜ່ານໄລຍະເວລາຍາວ.

ດັ່ງນັ້ນ, ວຽກສ້າງແຜນກຳນົດພະນັກງານ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ, ເຊິ່ງສາມາດເວົ້າໄດ້ວ່າ: ວຽກງານພະນັກງານມີບົດບາດສຳຄັນ ແລະ ເປັນປັດໃຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ ເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງ ລະບອບປະຊາທິປະໄຕ ທີ່ ພັກປະຊາຊົນປະຕິວັດລາວ ເປັນຜູ້ນໍາພາຈັດຕັ້ງ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນຫ້ອງວ່າການ ກະຊວງ ຄຸ້ມຄອງ ຂອງ ຫ້ອງວ່າການ ກະຊວງ ປກສ ໃນຄັ້ງນີ້, ພວກເຮົາໄດ້ມີການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນໍາ ແລະ ບັນດາອະນຸກຳມະການຊ່ວຍວຽກ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ບົນພື້ນຖານຫຼັກການປະສານສົມທົບກັບ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ, ແນໃສ່ເຮັດໃຫ້ ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ ດໍາເນີນໄປຖືກຕ້ອງຕາມທິດຊີ້ນໍາ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກຳນົດໃນມະຕິເລກທີ 38, 39 ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ຄຳແນະນໍາຂອງ ກົມໃຫຍ່ການເມືອງ ປກສ ເລກທີ 3543/ກມປສ, ລົງວັນທີ 9 ພະຈິກ 2018.

ໃນກອງປະຊຸມ, ຍັງໄດ້ຜ່ານມາດຖານເງື່ອນໄຂພະນັກງານນຳພາ-ບັນຊາ ທີ່ຈະເລືອກເຟັ້ນເຂົ້າໃນແຜນກຳນົດພະນັກງານ ພ້ອມແນະນຳວິທີດໍາເນີນການປ່ອນບັດທາບທາມ ແລະ ດໍາເນີນການປ່ອນບັດທາບທາມ 1 ຮອບ ເຊິ່ງໄດ້ປ່ອນທາບທາມເອົາຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ.