ກົມໃຫຍ່ພະລາທິການ ປກສ ກະຊວງປ້ອງກັນຄວາມສະຫງົບ ປິດຊຸດຝຶກອົບຮົມວຽກງານອຸປະໂພກ-ບໍລິໂພກ ໃນວັນທີ 29 ເມສາ 2022, ເຂົ້າຮ່ວມໂດຍ ພົຈວ ຄຳແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະກົມກອງອ້ອມຂ້າງ ກົມໃຫຍ່ພະລາທິການ ປກສ, ກົມໃຫຍ່ການເມືອງ, ນັກວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ພົຈວ ຄຳແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ

ໃນພິທີ, ພັອ ບຸນມີ ວົງຄຳແສນ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ ປກສ ໄດ້ກ່າວວ່າ:

ການຝຶກອົບຮົມວຽກງານອຸປະໂພກ-ບໍລິໂພກຂອງ ກໍາລັງປ້ອງກັນຄວາມສະຫງົບ ໄດ້ດໍາເນີນມາເປັນເວລາ 4 ວັນ ມີນັກສຳມະນາກອນທີ່ມາຈາກກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ 50 ສະຫາຍ, ເອກະສານວິຊາສະເພາະທີ່ນຳມາຝຶກອົບຮົມ ມີທັງໝົດ 5 ວິຊາ ຄື:

  • ເອກະສານສ້າງແຜນຄວາມຕ້ອງການເຄື່ອງອຸປະໂພກ-ບໍລິໂພກ
  • ການສ້າງແຜນຂໍຮັບ ແລະ ການສ້າງບັນຊີການຕິດຕາມການເບີກ-ຈ່າຍເຄື່ອງອຸປະໂພກ
  • ການສ້າງແຜນຄວາມຕ້ອງການເຂົ້າກິນ, ເຄື່ອງເຮືອນຄົວ ແລະ ບັນຊີຕິດຕາມການເບີກ-ຈ່າຍ
  • ການເບີກ-ຈ່າຍເຄື່ອງຢູ່ສາງ, ການເກັບມ້ຽນ, ປົກປັກຮັກສາ, ຄຸ້ມຄອງເຄື່ອງຢູ່ໃນສາງ ແລະ ຕິດຕາມບັນຊີ
  • ເອກະສານຂໍ້ຕົກລົງວ່າດ້ວຍ ລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງປີ 2020)

ຜ່ານການຝຶກອົບຮົມໄລຍະ 4 ວັນ ເຫັນວ່າ: ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ, ມີຄວາມຮັບຜິດຊອບສູງ, ບັນດານັກວິທະຍາກອນ ແລະ ນັກສຳມະນາກອນແຕ່ລະສະຫາຍ ແມ່ນໄດ້ພ້ອມກັນເອົາໃຈໃສ່ສຸມທຸກເຫື່ອແຮງ, ເຂົ້າໃນການຄົ້ນຄວ້າຮໍ່າຮຽນ ແລະ ຜັດປ່ຽນກັນຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາໃນຫຼາຍຫົວຂໍ້; ທັງນີ້, ກໍເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ, ເຮັດໃຫ້ບັນຍາກາດໃນການຝຶກອົບຮົມເຕັມໄປດ້ວຍບົດຮຽນອັນລ້ຳຄ່າທີ່ນັກສຳມະນາກອນແຕ່ລະສະຫາຍ ໄດ້ເຊື່ອມຊຶມກຳແໜ້ນ ແລະ ນຳເອົາບົດຮຽນທີ່ຖອດອຖອນໄດ້ ໄປຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນ ໃຫ້ເກີດດອກອອກຜົນຢ່າງແຂງແຮງໃນຕໍ່ໜ້າ.

ພົຈວ ຄຳແພງ ລາວລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ໄດ້ມີຄວາມເອົາໃຈໃສ່ໃນບັ້ນຝຶກອົບຮົມຈົນສຳເລັດໃນຄັ້ງນີ້; ພ້ອມນັ້ນ, ຍັງໄດ້ເນັ້ນບາງບັນຫາ ເປັນຕົ້ນແມ່ນ ສືບຕໍ່ຍົກສູງຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຊື່ສັດບໍລິສຸດ, ມີຄວາມຮັບຜິດຊອບ ແລະ ເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ນຳເອົາບົດຮຽນທີ່ໄດ້ຮ່ຳຮຽນໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ນຳໃຊ້ໃນວຽກຕົວຈິງຂອງຕົນ ໃຫ້ມີຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.