ໃນວັນທີ 10 ພຶດສະພາ 2022, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຈັດກອງປະຊຸມເຜີຍແຜ່ບັນດາເອກະສານກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023), ໂດຍການເປັນປະທານຂອງ ພົທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າ ແລະ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີຕາງໜ້າກົມໃຫຍ່ຕໍາຫຼວດ, ແຂກຮັບເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພົທ ກົງທອງ ພົງວິຈິດ ກ່າວວ່າ: ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແມ່ນການສຸມທຸກກໍາລັງແຮງສັງລວມເຂົ້າໃສ່ການແກ້ບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດທີ່ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວນີ້ເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ ເວົ້າລວມເວົ້າສະເພາະ ກໍຄືພະນັກງານຫຼັກແຫຼ່ງຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຊິ່ງພາຍຫຼັງທີ່ພັກ-ລັດຖະບານໄດ້ອອກຄໍາສັ່ງຢ່າງລະອຽດກ່ຽວກັບບັນຫາດັ່ງກ່າວນີ້, ເຈົ້າໜ້າທີ່ກໍາລັງປ້ອງກັນຄວາມສະຫງົບ ຂອງພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວຽກງານໃຫ້ລົງເລິກ ໂດຍເລີ່ມຈາກສູນກາງລົງສູ່ທ້ອງຖິ່ນ ກໍຄືປະສານສົມທົບກັບຫຼາຍພາກສ່ວນໃນການຈັດຕັ້ງໂຄສະ ນາ, ເຜີຍແຜ່ບັນດານິຕິກໍາຂອງກົດ ໝາຍ, ມະຕິ, ຄໍາສັ່ງຂອງກົມການ ເມືອງສູນກາງພັກທີ່ພົວພັນເຖິງບັນຫາຢາເສບຕິດຢ່າງຮອບດ້ານ ແລະ ມີຜົນສໍາເລັດເທົ່າທີ່ຄວນ.

ນອກນີ້, ຍັງໄດ້ສົມທົບກັບຫຼາຍມາດຕະການ ເປັນຕົ້ນແມ່ນມາດຕະການທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ກົດໝາຍ ແລະ ວິຊາສະເພາະຂອງບັນດາຂະແໜງການທີ່ກ່ຽວຂ້ອງ. ຕໍ່ກັບສະພາບ ບັນຫາຢາເສບຕິດ ໄດ້ແພ່ລະບາດຮ້າຍແຮງນັບແຕ່ຕົວເມືອງໃຫຍ່ ຈົນຮອດເຂດຊົນນະບົດ, ເຂົ້າ ເຖິງທຸກເພດ-ທຸກໄວ ແລະ ທຸກຊັ້ນຄົນໃນທົ່ວສັງຄົມ ໂດຍສະ ເພາະແມ່ນນັກຮຽນ-ນັກສຶກສາ ແລະ ປັດຈຸບັນທົ່ວປະເທດມີຜູ້ຕິດຢາເສບຕິດສະເລ່ຍ 0,94% ຂອງ ພົນລະເມືອງທັງໝົດ; ພ້ອມນັ້ນ,ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸ ຂະພາບ, ຊີວິດຂອງໄວໜຸ່ມຮຸ່ນ ສືບທອດ ແລະ ເປັນສາເຫດທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກໍາຕ່າງໆ, ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ຕະຫຼອດຮອດສົ່ງຜົນກະທົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພຂອງສັງຄົມອີກດ້ວຍ.

ໃນພິທີ, ພົທ ແສງນວນ ໄຊຍະລາດ ຍັງໄດ້ເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບ ເລກທີ 19/ນຍ ລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຍັງໄດ້ລາຍງານໂດຍຫຍໍ້ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທີ I ແລະ ທິດທາງແຜນການໄລຍະທີ II ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຊາບ ພ້ອມທັງຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງທຸກຄົນ ຈົ່ງນໍາເອົາເນື້ອໃນຈິດໃຈດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃຫ້ລົງເລິກທຸກຂະແໜງການໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງຮີບດ່ວນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.