ໃນວັນທີ 3 ພຶດສະພາ 2022, ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ພົບປະຢ້ຽມຢາມ ແລະ ຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ກອງບັນຊາການ ປກສ ເມືອງໜອງບົກ, ມີ ພັທ ບົວພາ ອຸລະມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ພ້ອມດ້ວຍຄະນະ, ພະແນກ, ໜ່ວຍງານ, ປກສ ກຸ່ມບ້ານ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ບົວພາ ອຸລະມະນີວົງ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 3 ເດືອນປີ 2022 ວ່າ: ພາຍຫຼັງໄດ້ຮັບການຈັດຕັ້ງປະຕິບັດວາລະແຫ່ງຊາດໄລຍະທີ 1 ສຳເລັດແລ້ວ ໄດ້ລົງເຄື່ອນໄຫວໂຄສະນາເຊື່ອມຊຶມວ່າລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດສຳເລັດຈຳນວນ 55 ບ້ານ, ມີຜູ້ເຂົ້າຮ່ວມ 3.518 ຄົນ ຍິງ 1.301. ນອກນັ້ນ, ຍັງໄດ້ສຸມໃສ່ໃນການ ຊອກຮູ້ເກັບກຳບັນດາແຫຼ່ງຂ່າວຢາເສບຕິດປະເພດຕ່າງໆ ເຊັ່ນ: ການຊື້-ຂາຍ, ການຈຳໜາຍ ແລະ ເສບຢາເສບຕິດ ພ້ອມທັງຂຶ້ນບັນຊີເປົ້າໝາຍ, ຢູ່ບັນດາບ້ານ ແລະ ປກສ 10 ກຸ່ມບ້ານ ສາມາດຂຶ້ນບັນຊີເປົ້າໝາຍຢາເສບຕິດໄດ້ ຈຳນວນ 492 ຄົນ ຍິງ 5 ຄົນ. ໃນນັ້ນ, ມີເປົ້າໝາຍຂົນສົ່ງຢາເສບຕິດ 27 ຄົນ ຍິງ 3 ຄົນ, ເປົ້າໝາຍຈຳໜ່າຍຢາເສບຕິດ 79 ຄົນ ແລະ ເປົ້າໝາຍເສບຢາເສບຕິດ 386 ຄົນ ຍິງ 2 ຄົນ, ສາມາດມ້າງຄະດີຢາເສບຕິດໄດ້ 55 ເລື່ອງ, ກັກຜູ້ຖືກຫາໄດ້ 76 ຄົນ ຂອງກາງ ຢາບ້າ 2.949 ເມັດ, ຢາອີ 85 ເມັດ ໃນນີ້, ແບ່ງອອກເປັນການຈຳໜ່າຍ ຢາເສບຕິດ 9 ເລື່ອງ, ກັກຜູ້ຖືກຫາ ໄດ້ 12 ຄົນ, ເສບ ຫຼື ມີໄວ້ຄອບຄອງ ເພື່ອເສບ 46 ເລື່ອງ, ກັກຜູ້ຖືກຫາໄດ້ 64 ຄົນ. ດັດສ້າງຢູ່ ປກສ ເມືອງ 11 ເລື່ອງ, ຕ້ອງຫາ 17 ຄົນ, ສົ່ງສູນບຳບັດ 11 ເລື່ອງ, ຕ້ອງຫາ 11 ຄົນ, ສົ່ງສູນບຳບັດ ປກສ ແຂວງ 10 ເລື່ອງ, ຕ້ອງຫາ 12 ຄົນ.

ພັອ ທິບພະຈັນ ໂພໄຊ ໄດ້ເນັ້ນໃຫ້ຄະນະກອງບັນຊາການ ປກສ ເມືອງໜອງບົກ ເອົາໃຈໃສ່ສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ຈະແຈ້ງ, ຊັດເຈນ, ວ່ອງໄວ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມັນຖືກຈຸດ, ຖືກທິດ ແລະ ຖືກເປົ້າໝາຍ. ນອກນັ້ນ, ຕ້ອງສ້າງຄວາມເປັນເຈົ້າການທີ່ເຂັ້ມແຂງໃຫ້ແກ່ທ້ອງຖິ່ນຮາກຖານ, ບ້ານ, ອົງການປົກຄອງ ແລະ ຂະແໜງການທຸກຂັ້ນໃຫ້ປະຕິບັດຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ, ເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ, ໃຫ້ບັນດາບ້ານພາຍໃນເມືອງໜອງບົກເປັນບ້ານ ປອດຢາເສບຕິດ ແລະ ເມືອງທີ່ມີຄວາມສະຫງົບດີ.