ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທີ 1 ແລະ ວາງທິດທາງແຜນ ການໄລຍະທີ 2 ຢູ່ 3 ແຂວງພາກເໜືອ ໄດ້ຈັດຂຶ້ນໃນອາທິດທີ່ຜ່ານມາ, ທີ່ກອງບັນຊາການ ປກສ ແຂວງໄຊຍະບູລີ, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ, ຄະນະນໍາກະຊວງ, ກົມໃຫຍ່, ຫົວ ໜ້າກອງບັນຊາການ ປກສ ແຂວງ 3 ແຂວງ ຄື: ແຂວງໄຊຍະບູລີ, ຫຼວງພະບາງ ແລະ ກອງບັນຊາການ ປກສ ແຂວງວຽງຈັນ, ພ້ອມດ້ວຍນາຍຕໍາຫຼວດຈາກກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ເມືອງ 11 ຕົວເມືອງອ້ອມ ຂ້າງແຂວງໄຊຍະບູລີ ເຂົ້າຮ່ວມ.

ພັອ ປອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່, ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບ, ທັງເປັນອະນຸກໍາມະການກອງເລຂາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທີ 1 ແຕ່ເດືອນກໍລະກົດ 2021 ຫາ ເດືອນມີນາ 2022 ຕະຫຼອດໄລຍະຜ່ານມາ, ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນໃນການເຄື່ອນໄຫວວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໃນຂອບເຂດທົ່ວປະເທດ ນັບແຕ່ເດືອນກໍລະ ກົດ 2021 ຫາ ເດືອນພຶດສະພາ 2022 ມີທັງໝົດ 3.815 ເລື່ອງ, ກັກຜູ້ຖືກຫາໄດ້ 5.395 ຄົນ ຍິງ 547 ຄົນ, ຕ່າງປະເທດ 122 ຄນ ຍິງ 8 ຄົນ, ໄດ້ຢຶດຂອງກາງຢາເສບ ຕິດ: ປະເພດຢາບ້າ 176.473. 522 ເມັດ, ຢາໄອສ໌ 3.709,83 ກິໂລກຼາມ, ເຮໂຣອິນ 170,85 ກິໂລກຣາມ, ໂຄເຄນ 1,20 ກຼາມ, ຢາຝິ່ນ 6 ກິໂລກຼາມ, ຄັນນຊາ 6.539,46 ກິໂລກຼາມ, ຢາອີ 0,08 ກິໂລກຼາມ, ແປ້ງຝຸ່ນປະສົມຢາເສບຕິດ 13.344,86 ກິໂລກຼາມ, ເຄຕາມິນ 3 ກິໂລກຼາມ, ແປ້ງຝຸ່ນຄ້າຍຄືເຄຕາມິນ 27,4 ກຼາມ, ຄາ ເຟອິນ 168 ກຼາມ, ນ້ຳຢາເຄມີ 10 ກິໂລກຼາມ, ຢຶດລົດໃຫຍ່ 135 ຄັນ, ລົດຈັກ 686 ຄັນ.

ຄຽງຄູ່ກັບຜົນງານທີ່ກ່າວມາຂ້າງເທິງນັ້ນ, ຄະນະຮັບຜິດຊອບກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກໍຍັງໄດ້ເອົາໃຈໃສ່ເຮັດວຽກງານລົງໂຄສະນາເຜີຍແຜ່ບັນດາເອກະສານ, ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ແກ່ຄະນະພັກ-ຄະນະນຳ ອົງການປົກຄອງແຂວງ 3 ແຂວງ ຈົນສຳເລັດ. ຜ່ານການລົງໂຄສະນາເຜີຍແຜ່ເອກະສານດັ່ງກ່າວເຫັນໄດ້ວ່າຜູ້ທີ່ ເຂົ້າຮ່ວມຮັບຟັງມີຄວາມຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມຈໍາເປັນຮີບດ່ວນໃນການແກ້ໄຂບັນຫາຢາເສບຕິດ, ສ້າງໄດ້ແຜນຈັດຕັ້ງຜັນຂະຫຍາຍຢູ່ຂັ້ນທ້ອງຖິ່ນ ແລະ ຂະແໜງການຂອງຕົນ.

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳເຫັນຂອງບັນດາກອງບັນຊາການ ປກສ ແຂວງ 3 ແຂວງ ໃນການປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາ ຢ່າງກົງໄປ-ກົງມາ ເພື່ອເປັນການຖອດຖອນບົດຮຽນບັນດາຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອນຳມາຄົ້ນຄວ້າວາງທິດທາງແຜນການໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະທີ 2 ໃຫ້ມີຄວາມວ່ອງໄວທັນສະໄໝ ແລະ ມີປະສິດຕິພາບດີຂຶ້ນກວ່າເກົ່າ.

ໃນກອງປະຊຸມ, ພົຕ ວັນທອງ ກອງມະນີ ກໍຍັງໄດ້ໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາທັງ 3 ແຂວງ ທີ່ຍາມໃດກໍໄດ້ມີຄວາມເອົາໃຈໃສ່ຊີ້ນຳ-ນຳພາໃນການຫັນເອົາເນື້ອໃນຂອງວາລະແຫ່ງຊາດມາເປັນແຜນວຽກອັນລະອຽດ ແລະ ໄດ້ແຕ່ງຕັ້ງຄະນະ ຮັບຜິດຊອບສະເພາະ ເພື່ອຈັດຕັ້ງປະຕິບັດເຮັດວຽກງານດັ່ງກ່າວມີການເຄື່ອນໄຫວທີ່ຖືກຕ້ອງ, ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ; ສືບຕໍ່ເອົາໃຈໃສ່ເຮັດວຽກໂຄສະນາສຶກສາອົບຮົມວຽກງານການເມືອງ-ແນວຄິດ, ເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ແຈ້ງການໃຫ້ແກ່ພະນັກງານ-ນັກຮົບ, ພໍ່-ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເພື່ອສ້າງທັດສະນະແນວຄິດທີ່ໜັກແໜ້ນ, ຍົກສູງຄວາມເປັນເຈົ້າການ, ມີຄວາມຊື່ສັດບໍລິສຸດຕໍ່ຕົນເອງ ແລະ ຕໍ່ປະເທດຊາດ, ມີຄວາມຮັບຜິດ ຊອບສູງຕໍ່ໜ້າວຽກງານທີ່ໄດ້ຮັບການມອບໝາຍ, ປຸກລະດົມປະຊາຊົນໃຫ້ມີສ່ວນຮ່ວມໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດໃຫ້ມັນຫຼຸດໜ້ອຍຖອຍລົງເທື່ອລະກ້າວ.