ເຈົ້າໜ້າທີ່ ປກສ ກຸ່ມ 11 ດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດພິທີເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງ ສ້າງ ແລະ ປະເມີນຄອບຄົວ, ບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມ ສະ ຫງົບດີ ໃນວັນທີ 5 ພຶດສະພາ 2022, ໂດຍການເຂົ້າຮ່ວມເປັນປະທານຂອງ ພັທ ເສີມໄສ ປີຍະວົງ ຫົວໜ້າຫ້ອງຄຸ້ມຄອງສຳມະໂມຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ພັທ ໄກສອນ ແສງສີວິຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ມີຫົວໜ້າ ປກສ ກຸ່ມດົງບັງ, ອຳນາດການປົກຄອງບ້ານ, ປກຊ-ປກສ ບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.

ພັທ ສິນໄຊ ຕຽນເອີຄຳ ຫົວໜ້າ ປກສ ກຸ່ມ 11 ດົງບັງ ກ່າວວ່າ: ການເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ສ້າງ ແລະ ປະເມີນຄອບຄົວບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະ ຫງົບດີຄັ້ງນີ້, ກໍເພື່ອແນໃສ່ຮັບປະກັນ ເຮັດໃຫ້ບ້ານດັ່ງກ່າວມີຄວາມສະຫງົບສຸກ ພ້ອມທັງເປັນການປຸກລະດົມທຸກຄົນພາຍໃນບ້ານໃຫ້ມີສ່ວນຮ່ວມເຂົ້າໃນການປະກອບ ສ່ວນເຂົ້າວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ພ້ອມທັງຍົກໃຫ້ເປັນໜ້າທີ່ ແລະ ພັນທະຂອງໝົດທຸກຄົນທີ່ຕ້ອງໄດ້ເອົາໃຈໃສ່ຕິດຕາມ-ກວດກາຄືນບັນດາສະມາຊິກພາຍໃນຄອບຄົວຂອງຕົນເອງຢ່າງເປັນປົກກະຕິ, ຖ້າຫາກພົບວ່າບຸກຄົນໃດມີສ່ວນພົວພັນກັບຢາເສບຕິດທີ່ຈະພາໃຫ້ເກີດປະກົດການຫຍໍ້ທໍ້ ກໍໃຫ້ຮີບຮ້ອນແຈ້ງຕໍ່ອໍານາດການປົກຄອງບ້ານ ເພື່ອນໍາຕົວພວກກ່ຽວມາສຶກສາອົບຮົມ ແລະ ຂຶ້ນບັນຊີເປົ້າໝາຍ-ຕິດຕາມ, ຄຸ້ມຄອງ. ນອກນັ້ນ, ຍັງເປັນການຖືເອົາວຽກງານດັ່ງກ່າວນີ້ ເປັນການສ້າງ ແລະ ປະເມີນບ້ານປອດຢາເສບຕິດໃຫ້ກາຍເປັນຈຸດເລີ່ມຕົ້ນ ແລະ ຕ້ານທຸກ ປະກົດການຫຍໍ້ທໍ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ພ້ອມກັນນີ້, ກໍເປັນການສຳຫຼວດກວດກາ ແລະ ເກັບກຳສະຖິຕິພົນລະເມືອງຂອງແຕ່ລະຄອບຄົວທີ່ໄດ້ຈົດທະບຽນສໍາມະໂນຄົວ ຫຼື ຍັງບໍ່ທັນໄດ້ຈົດທະບຽນສໍາມະໂນຄົວນັບທັງກວດກາ, ການເໜັງຕີງຂອງພົນລະເມືອງ, ຄົນເພີ່ມ-ຄົນຫຼຸດ, ຄົນພັກເຊົາຊົ່ວຄາວ ແລະ ບຸກຄົນທີ່ມີການຂໍຍົກຍ້າຍຖິ່ນ ຖານ ແລະ ວຽກງານອື່ນໆ ເພື່ອຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງໃຫ້ໄດ້ຄອບຄົວປອດຢາເສບຕິດ ແລະ ບ້ານປ້ອງ ກັນຄວາມສະຫງົບສຸກດີ, ຕາມທິດຊີ້ນຳຂອງພັກ ແລະ ລັດຖະບານໄດ້ວາງໄວ້.