ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ແລະ ປຶກສາຫາລືກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ, ເປັນປະທານໂດຍ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ປະທານອົງການ ກວດສອບແຫ່ງລັດ, ມີບັນດາສະຫາຍ ຄະນະປະຈໍາພັກ, ຄະນະພັກ-ຄະນະນໍາ, ຫ້ອງການ, ບັນດາ ກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແຫ່ງລັດ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ ໃນວັນທີ 10 ພຶດສະພາ 2022.

ສະຫາຍ ມະໄລທອງ ກົມມະສິດ ໄດ້ເຜີຍແຜ່ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ ທີ່ໄດ້ດໍາເນີນສໍາເລັດ ໃນວັນທີ 26 ພະຈິກ 2021, ເຊິ່ງສະຫຼຸບຕີລາຄາໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຕະຫຼອດ ໄລຍະ 5 ປີຜ່ານມາ. ພ້ອມນັ້ນ, ຍັງໄດ້ຮັບຟັງແຜນພັດທະນາວຽກງານກວດສອບແຫ່ງລັດ 5 ປີ ໃນຕໍ່ໜ້າ. ພາຍຫຼັງຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວແລ້ວ, ກອງປະຊຸມຍັງໄດ້ຄົ້ນຄວ້າເຊື່ອມຊຶມ ແລະ ປຶກສາຫາລືກ່ຽວກັບການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກອົງ ການກວດສອບແຫ່ງລັດ ແລະ ແຜນພັດທະນາວຽກງານກວດສອບແຫ່ງລັດ, ໂດຍສະເພາະແມ່ນການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກ ງານພະນັກງານ, ຍົກສູງຄຸນນະພາບຂອງວຽກງານກວດສອບ ແລະ ການແກ້ໄຂຜົນການກວດສອບ.

ໂອກາດດັ່ງກ່າວ, ສະຫາຍ ປະທານອົງການກວດສອບແຫ່ງລັດ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກັບການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເປັນຕົ້ນແມ່ນຕ້ອງສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ຍຶດໝັ້ນອຸ ດົມການຂອງພັກ, ເດີນຕາມເສັ້ນທາງສັງຄົມນິຍົມຕາມອຸດົມການທີ່ວາງໄວ້, ເອົາໃຈໃສ່ກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການບໍາລຸງສ້າງພະນັກງານ, ຍົກລະດັບພະນັກງານ, ນໍາໃຊ້ພະນັກງານໃຫ້ຖືກຕ້ອງ, ສັບຊ້ອນ-ຈັດວາງໃຫ້ແທດເໝາະກັບໜ້າທີ່ວຽກງານ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນຮັບປະກັນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຕາມກົດໝາຍກໍານົດ.