ບ້ານໂນນແສງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂຶ້ນໃນວັນທີ 6 ພຶດສະພາ 2022 ໂດຍມີ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ, ມີຫ້ອງການພາຍໃນເມືອງ, ກຸ່ມບ້ານ, ພະນັກງານລົງກໍ່ສ້າງຮາກຖານ, ແນວລາງສ້າງຊາດ, ຊາວໜຸ່ມ, ແມ່ຍິງ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ສອນແພງ ພຸດທິຫົງ ນາຍບ້ານໂນນແສງຈັນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໃນ 5 ປີ ຜ່ານມາ 2016-2021 ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ 2022-2026 ໃຫ້ຮູ້ວ່າ: ຜ່ານມາ, ໄດ້ສົມທົບກັບໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ, ໄດ້ນຳເອົາມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມູນເຊື້ອອັນສຳຄັນຂອງອົງການຈັດຕັ້ງມະຫາຊົນ, ຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະ ຕິບັດໃຫ້ປະກົດຜົນເປັນຈິງໃນ ແຕ່ລະໄລຍະໄດ້ທັງໝົດ 23 ຄັ້ງ, ມີຜູ້ເຂົ້າຮ່ວມ 1.720 ເທື່ອຄົນ ຍິງ 987 ເທື່ອຄົນ, ທຽບໃສ່ເປົ້າໝາຍຂອງຈໍານວນຄອບຄົວທັງໝົດ ພາຍໃນບ້ານກວມເອົາ 93%.

ຜ່ານການສຶກສາອົບຮົມການເມືອງ-ແນວຄິດເຫັນວ່າພໍ່ແມ່ປະຊາຊົນທຸກຊັ້ນຄົນພາຍໃນບ້ານມີ ຄວາມຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນຕໍ່ພັກ ແລະ ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍ, ລະບຽບກົດ ໝາຍຂອງລັດ, ເຊິ່ງສະແດງອອກໃນການປະກອບສ່ວນທຶນຮອນ, ເຫື່ອແຮງເຂົ້າໃນການສ້າງສາພັດທະນາບ້ານ; ນອກຈາກນີ້, ວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ 5 ປີຜ່ານ ມາສະພາບປະກົດການຫຍໍ້ເກີດຂຶ້ນທັງໝົດ 54 ກໍລະນີ. ໃນນັ້ນ, ລັກຊັບພົນລະເມືອງ 9 ກໍລະນີ ສາມາດກັກຕົວດຳເນີນຄະດີໄດ້ 7 ກໍລະນີ, ຜົວເມຍຜິດຖຽງກັນມີ 13 ກໍລະນີ, ແກ້ໄຂໄດ້ 12 ກໍລະນີ, ເສບ ແລະ ຄ້າຂາຍຢາເສບຕິດ 13 ກໍລະນີ, ຢຶດຂອງກາງໄດ້ປະເພດຢາບ້າ ແລະ ກັກຕົວໄດ້ 3 ຄົນ, ສົ່ງໃຫ້ເຈົ້າໜ້າທີ່ດໍາເນີນຄະດີ, ອາລະວາດຕີກັນ 4 ກໍລະນີ ສາມາດແກ້ໄຂໄດ້, ໜີ້ສິນ 16 ກໍລະນີ ສາມາດແກ້ໄຂໄດ້ 15 ກໍລະນີ, ສົ່ງໃຫ້ຂັ້ນເທິງ 1 ກໍລະນີ, ອຸບັດຕິເຫດເກີດຂຶ້ນ 12 ກໍລະນີ, ສາມາດແກ້ໄຂໄດ້.

ທິດທາງແຜນການ 5 ປີຕໍ່ໜ້າ, ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຂັ້ນບ້ານ, ກຳລັງປະກອບອາວຸດຕະຫຼອດຮອດພໍ່-ແມ່ປະຊາ ຊົນທຸກຊັ້ນຄົນໃຫ້ປົກກະຕິ ແລະ ຕໍ່ເນື່ອງ, ປູກຈິດໃຈໃຫ້ຮັກຊາດ, ເສີມຂະຫຍາຍມູນເຊື້ອສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາຂອງປະຊາຊົນບັນດາເຜົ່າພາຍໃນບ້ານ, ພ້ອມກັນເປັນເຈົ້າການພັດທະນາບ້ານໃຫ້ຈະເລີນກ້າວໜ້າ, ສືບຕໍ່ສຶກສາແນວຄິດເປັນຕົ້ນແມ່ນ ເລື່ອງສະຕິເປັນເຈົ້າຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ມີສະຕິຕອບຕ້ານເລ່ລ່ຽມກົນອຸບາຍຂອງຄົນບໍ່ດີທີ່ຕໍ່ຕ້ານແນວທາງປ່ຽນແປງໃໝ່ຂອງພັກ.

ຫຼັງຈາກນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົານາຍບ້ານຜູ້ໃໝ່, ເຊິ່ງມີຜູ້ລົງສະໝັກ ຈໍານວນ 5 ທ່ານ ເລືອກເອົາ 1 ທ່ານ, ຜ່ານການປ່ອນບັດກອງປະຊຸມໄດ້ເປັນເອກະສັນເລືອກເອົາ ທ່ານ ທອງຄໍາ ສີລາສາ ເປັນນາຍບ້ານໂນນແສງຈັນ ຜູ້ໃໝ່.