ປັດຈຸບັນ, ຢູ່ປະເທດເຮົາກຳລັງປະເຊີນກັບບັນຫາລາຄານໍ້າມັນແພງ ແລະ ໃນ 2-3 ວັນຜ່ານມານີ້ ຫຼາຍປໍ້າຢູ່ໃນຂອບເຂດທົ່ວປະເທດຕ້ອງປິດກິດຈະ ການຊົ່ວຄາວ ເພາະບໍລິສັດແມ່ບໍ່ສາມາດສະໜອງນໍ້າມັນໃຫ້ແກ່ບັນດາປໍ້ານໍ້າມັນໄດ້ຢ່າງທົ່ວເຖິງ ສາເຫດຫຼັກໆເກີດຈາກລາຄານໍ້າມັນມີການເໜັງຕີງ ແລະ ບັນດາບໍລິສັດແມ່ ຂາດເຂີນທາງດ້ານເງິນຕາຕ່າງປະເທດ ທີ່ຈະນໍາໄປຊື້ນໍ້າມັນນໍາປະເທດສິງກະໂປ ແລະ ປະເທດຂູ່ຂາທີ່ໃກ້ຄຽງ; ຂະນະທີ່ ລັດ ຖະບານ ພວມເລັ່ງແກ້ໄຂໂດຍສະໜອງເງິນຕາຕ່າງປະເທດ ແລະ ເລັ່ງເຊັນສັນຍາຈັດຊື້ນໍ້າມັນນໍາຫຼາຍປະເທດ ເພື່ອຮັບປະກັນບໍ່ໃຫ້ນໍ້າມັນແພງ ແລະ ຂາດປໍ້າ.

ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຖະແຫຼງຕໍ່ສື່ມວນຊົນໃນວັນທີ 10 ພຶດສະພາ 2022 ວ່າ: ລາວເປັນປະເທດທີ່ນໍາເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ 100%; ປັດຈຸບັນ, ສະພາບການຂອງໂລກມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ສືບຕໍ່ເໜັງຕີງຂຶ້ນສູງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນ, ເຊິ່ງເກີດຈາກບັນຫາອັດຕາແລກປ່ຽນເງິນຕາຕ່າງປະເທດ ມີສ່ວນຜິດດ່ຽງສູງລະຫວ່າງທະນາຄານທຸລະກິດກັບຮ້ານແລກປ່ຽນເງິນ, ການປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນການແພ່ລະບາດຂອງພະຍາດ COVID-19 ທີ່ຕ້ອງເພີ່ມຂັ້ນຕອນ ແລະ ເພີ່ມລາຍ ຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫຼາຍບໍລິສັດຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງທົ່ວເຖິງ.

ອີກດ້ານໜຶ່ງ, ເຫັນວ່າມີບາງບໍລິສັດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງ, ໂດຍສະເພາະແມ່ນປ້ຳບໍລິການນ້ຳມັນເຊື້ອໄຟຈຳນວນໜຶ່ງມີການລັກລອບຊື້ນ້ຳມັນຈາກພາກສ່ວນອື່ນມາລົງປ້ຳ, ບໍລິສັດນຳ ເຂົ້ານ້ຳມັນເຊື້ອໄຟ ແລະ ບໍລິສັດຈຳໜ່າຍພາຍໃນທີ່ມີລະບົບສາງຈຳນວນໜຶ່ງ ມີການສວຍໂອກາດກັກຕຸນນ້ຳມັນໃນໄລຍະທີ່ຈະມີການປັບລາຄານ້ຳມັນເຊື້ອໄຟ ແລະ ບໍ່ປະຕິບັດຕາມລາຄາທີ່ລັດອອກແຈ້ງການແຕ່ລະຄັ້ງ; ນອກນີ້, ບັນດາບໍລິສັດຜູ້ນໍາເຂົ້ານ້ຳມັນເຊື້ອໄຟຂອງລາວເຮົາ ກໍປະສົບບັນຫາດັ່ງກ່າວ ໂດຍບໍ່ສາມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫຼື ມີການຊຳລະເງິນຄ່ານ້ຳມັນເຊື້້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິສັດຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ; ອີກບັນ ຫາໜຶ່ງ ຍ້ອນການຂາດແຄນເງິນຕາເນື່ອງຈາກການຈຳໜ່າຍນໍ້າມັນຢູ່ປ້ຳພາຍໃນເປັນເງິນກີບ, ແຕ່ການຊຳລະຄ່ານໍ້າມັນຜູ້ສະໜອງຢູ່ຕ່າງປະເທດເປັນເງິນຕາ ຈຶ່ງເປັນສາເຫດເຮັດໃຫ້ການນຳເຂົ້ານໍ້າມັນປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ມີ ປະລິມານນຳເຂົ້າທີ່ຫຼຸດລົງ, ເຊິ່ງນຳມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເປັນເຫດຜົນເຮັດໃຫ້ບາງປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫຼື ໄດ້ຈຳໜ່າຍໝົດກ່ອນການສະໜອງ.

ທ່ານ ລັດຖະມົນຕີ ກະຊວງອຸດສ ຫະກໍາ ແລະ ການຄ້າ ກ່າວຕື່ມອີກວ່າ: ຂະນະທີ່ລັດຖະບານ ເຫັນດີຕົກລົງແກ້ໄຂຊ່ວຍບໍລິສັດແມ່ທີ່ນໍາເຂົ້ານໍ້າມັນເຊື້ອໄຟໄລຍະສັ້ນ. ໃນເບື້ອງຕົ້ນ, ລັດຖະບານ ເຫັນດີໃນການສະໜອງເງິນຕາຕ່າງປະເທດໃຫ້ແກ່ບັນດາບໍລິສັດທີ່ສໍາຄັນໃນຈໍານວນ 10 ກວ່າບໍລິສັດ ໃນທົ່ວປະເທດທີ່ ເຮັດໜ້າທີ່ໃນການຈັດຊື້ນ້ຳມັນເຊື້ອໄຟ ໂດຍນໍາໃຊ້ຮ່ວງເງິນທີ່ລັດຖະບານເກັບໄດ້ຈາກການຂາຍບໍ່ແຮ່ໃຫ້ກັບຕ່າງປະເທດ; ສ່ວນການແກ້ໄຂໄລຍະຍາວ ເຫັນດີໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າຫາວິທີທາງໃນການເຊັນສັນຍາຊື້ນໍ້າມັນເຊື້ອໄຟນໍາຫຼາຍປະເທດ ເພື່ອຮັບປະກັນບໍ່ໃຫ້ ນໍ້າມັນເຊື້ອໄຟແພງເກີນ ແລະ ສາມາດສະໜອງໃຫ້ສັງຄົມໄດ້ຢ່າງພຽງພໍ ແລະ ທົ່ວເຖິງ.

ນອກນີ້, ທ່ານຍັງຊີ້ແຈງອີກວ່າ ຂ່າວທີ່ສື່ສັງຄົມອອນຫຼາຍບາງສື່ໂພດອອກໄປວ່າລັດຖະບານຈະຊື້ນໍ້າມັນນໍາປະເທດຣັດເຊຍນັ້ນ ບໍ່ແມ່ນມູນຄວາມຈິງ ມີພຽງຄະນະລັດຖະບານບາງທ່ານນໍາມາສະເໜີຕໍ່ກອງປະຊຸມລັດຖະບານເທົ່ານັ້ນ; ແຕ່ລັດຖະບານຍັງບໍ່ທັນໄດ້ຕົກລົງໃນ ເພາະການຊື້ນໍາມັນເຊື້ອໄຟບໍ່ແມ່ນຊື້ກັນໄດ້ແບບງ່າຍ ດາຍ ຕ້ອງມີການສໍາຫຼວດກວດກາກັນຢ່າງຄັກແນ່ ໂດຍສະເພາະແມ່ນມາດຕະ ຖານຂອງນໍ້າມັນເຊື້ອໄຟ ແລະ ມີການ ເຊັນສັນຍາກັນຄັກແນ່ ຈຶ່ງສາມາດຂົນສົ່ງເຂົ້າປະເທດໄດ້.