ຫ້ອງການຍຸຕິທຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ II ໃຫ້ຮາກຖານບ້ານຂອງເມືອງສີໂຄດຕະບອງ ໃນວັນທີ 12 ພຶດສະພາ 2022, ເປັນປະທານໂດຍ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທໍາ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ຈັນເພັງ ສີຫາລາດ ຮອງຫົວໜ້າຫ້ອງການຍຸຕິທຳ ເມືອງສີໂຄດຕະບອງ ໄດ້ຜ່ານບົດລາຍງານການກະກຽມເປີດຊຸດຝຶກອົບຮົມກົດໝາຍຂັ້ນ ພື້ນຖານ ໄລຍະ 45 ວັນ ໃຫ້ຮູ້ວ່າ:

ຊຸດຝຶກອົບຮົມຈັດຂຶ້ນເພື່ອສ້າງໃຫ້ພະນັກງານອົງການປົກຄອງບ້ານ ແລະ ປະຊາຊົນໄດ້ເຂົ້າເຖິງຂົງເຂດວຽກງານຍຸຕິທຳ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມເຂັ້ມແຂງ, ແນໃສ່ສຶກສາອົບຮົມປະຊາຊົນພາຍໃນເມືອງ ໄດ້ຮັບຮູ້ເຂົ້າໃຈລະບຽບກົດໝາຍຢ່າງຖືກຕ້ອງ, ເລິກເຊິ່ງ, ສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລະບຽບກົດໝາຍນັບມື້ນັບເຂັ້ມງວດ.

ເຂົ້າຮ່ວມໃນຊຸດຝຶກອົບຮົມຄັ້ງນີ້ ມີພະນັກງານນຳພາ-ຄຸ້ມຄອງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານສືບທອດມາຈາກບັນດາຫ້ອງການ ແລະ ອົງການປົກຄອງບ້ານ, ການຈັດຕັ້ງບ້ານພາຍໃນເມືອງສີໂຄດຕະບອງ ມີທັງໝົດ 69 ທ່ານ ຍິງ 21 ທ່ານ; ໂດຍຈະໄດ້ຮຽນຮູ້ແຕ່ລະກຸ່ມວິຊາ ຕາມຫຼັກສູດທີ່ກະຊວງຍຸຕິທຳ ວາງອອກ ຄື:

  • ກຸ່ມວິຊາທິດສະດີການເມືອງ-ການປົກຄອງ
  • ກຸ່ມວິຊາກົດໝາຍ
  • ກຸ່ມວິຊາວຽກງານຍຸຕິທຳຮາກຖານ
  • ກຸ່ມວິຊາເຕັກນິກແຕ່ງເອກະສານທາງລັດຖະການ

ເຊິ່ງລວມທັງໝົດມີ 34 ວິຊາ, 22,5 ໜ່ວຍກິດ, ມີ 360 ຊົ່ວໂມງ ແລະ ໃຊ້ເວລາຮຽນ 45 ວັນ.

ໃນໂອກາດນີ້, ທ່ານ ທະວີໄຊ ເໝົາຊົມພູ ໄດ້ໂອ້ລົມຕໍ່ບັນດາທ່ານທີ່ເຂົ້າຮ່ວມຝຶກອົບຮົມ ໂດຍເນັ້ນໃຫ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ, ແລກປ່ຽນບົດຮຽນເຊິ່ງກັນແລະກັນກ່ຽວກັບ ວຽກງານກົດໝາຍ ເພື່ອເກັບກຳຄວາມຮູ້ນຳມາໝູນໃຊ້ໃຫ້ຖືກຕ້ອງສອດຄ່ອງກັບເຫດການທີ່ເກີດຂຶ້ນຕົວຈິງ ແນໃສ່ສະກັດກັ້ນ ແລະ ຕີຖອຍທຸກໆປະກົດການຫຍໍ້ທໍ້ທີ່ລະເມີດລະບຽບກົດໝາຍ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະເໝີພາບ ແລະ ຍຸຕິທຳ.