ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ໃຫ້ບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ກໍານົດເວລາທີ່ວາງໄວ ທັງຮັບປະກັນດ້ານເນື້ອໃນໃຫ້ຄົບຖ້ວນ, ສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ ແລະ ໃຫ້ເຄື່ອນໄຫວໄປຕາມ 3 ຫຼັກການ ຄື: ເດັດຂາດ, ໂປ່ງໃສ, ເປັນມືອາຊີບ ຕາມຫຼັກການວິຊາສະເພາະ.

ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສະພາປະຊາຊົນແຂວງເຊກອງ ໄດ້ເປັນເຈົ້າການຜັນຂະຫຍາຍເນື້ອໃນພ້ອມທັງຕິດຕາມກວດກາຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຢ່າງເອົາຈິງເອົາຈັງ.

ສໍາລັບຄວາມຄືບໜ້າໃນການຕິດຕາມກວດກາ, ຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ປະຕິບັດແຜນການເຄື່ອນໄຫວຂອງຕົນໂດຍຕິດພັນກັບວາລະແຫ່ງຊາດ ຄື: ເຂົ້າຮ່ວມການສ້າງ ແລະ ປັບປຸງກົດໝາຍ, ສະເໜີໃຫ້ດໍາເນີນການໄວວາ, ທັນສະພາບການ, ອັນ ທີ່ມີແລ້ວແຕ່ບໍ່ທັນສອດຄ່ອງ, ບໍ່ທັນຮັດກຸມ ແລະ ອັນໃດບໍ່ທັນຄົບ ຖ້ວນ, ບໍ່ທັນຈະແຈ້ງ, ບໍ່ທັນມີຕ້ອງສ້າງ ແລະ ປັບປຸງ ແລະ ຊຸກຍູ້ໃຫ້ ອົງການປົກຄອງແຂວງ, ເມືອງ, ບ້ານ ແລະ ສອງ ກຳລັງປະກອບອາວຸດເປັນເຈົ້າ ການໃນການຈັດຕັ້ງປະຕິບັດ, ສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ ແລະ ລະບົບການເມືອງຢູ່ຂັ້ນບ້ານໃນການຕ້ານ, ສະກັດກັ້ນ ແລະ ແກ້ ໄຂບັນຫາຢາ ເສບຕິດສິ່ງສຳຄັນແມ່ນເຮັດໃຫ້ປະຊາຊົນ, ສະ ຖາບັນຄອບຄົວ, ບ້ານມີສ່ວນຮ່ວມ ແລະ ເປັນ ເຈົ້າການຮ່ວມກັບອົງການປົກຄອງໃນການແກ້ ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທໍາ; ເພີ່ມທະວີການປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງເຖິງວຽກງານແກ້ໄຂບັນຫາຢາເສບຕິດຂອງເຈົ້າໜ້າທີ່ທຸກພາກສ່ວນ, ທຸກຂັ້ນໃຫ້ມີຄວາມເດັດຂາດ ແລະ ເຂັ້ມງວດ.

ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕິດພັນ ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໂດຍລວມແລ້ວເຫັນວ່າແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ປະຊາ ຊົນມີຄວາມສາມັກຄີປອງດອງ. ສະແດງອອກໃນໄລຍະ 4 ເດືອນ ຕົ້ນປີ 2022 ໄດ້ເອົາໃຈໃສ່ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນລະບົບຕໍ່ເນື່ອງໄດ້ເຮັດໃຫ້ກຳລັງປະກອບອາວຸດຂອງທ້ອງຖິ່ນເຄື່ອນໄຫວປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການສູງ ແລະ ໄດ້ເປັນກຳລັງສຳ ຄັນໃນການເປັນເຈົ້າການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດດ້ວຍ ຄວາມຮັບຜິດຊອບສູງ; ອົງການປົກຄອງແຂວງໄດ້ຕົກລົງມອບໝາຍໃຫ້ທຸກຂະແໜງການຂັ້ນ ແຂວງ, ຂັ້ນເມືອງ ແລະ ທົ່ວສັງຄົມຮັບຜິດຊອບຈັດຕັ້ງປະຕິບັດ, ເຊິ່ງປັດຈຸບັນໄດ້ສຳເລັດການ ເຜີຍແຜ່ໃຫ້ພະແນກການຂະແໜງການ; ຜ່ານການຈັດຕັ້ງປະຕິບັດວາລະດັ່ງກ່າວສາມາດເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 36 ເລື່ອງ, ຈັບຜູ້ຖືກຫາໄດ້ 36 ຄົນ, ຢຶດຢາເສບຕິດໄດ້ 33.250 ເມັດ.