ບໍລິສັດ ປະສົມ ບໍລິການຮັກສາຄວາມປອດໄພ ແຂວງອຸດົມໄຊ ຈັດກອງປະຊຸມສະຫຼຸບວຽກງານບໍລິການຮັກສາຄວາມປອດໄພ ປະຈໍາປີ 2021 ແລະ ວາງທິດທາງແຜນການຈຸດສຸມ ປີ 2022 ໂດຍການເປັນປະທານຂອງ ທ່ານ ຄໍາຜາຍ ສຸລິວົງ ອໍານວຍການບໍລິສັດ ປະສົມ ບໍລິການຮັກສາຄວາມປອດໄພ ແຂວງອຸດົມໄຊ, ມີ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ບັນດາແຂກຮັບເຊີນ ແລະ ພະນັກງານພາຍໃນບໍລິສັດ ເຂົ້າຮ່ວມ ໃນວັນທີ 9 ພຶດສະພາ ຜ່ານມາ.

ທ່ານ ຄໍາຕັນ ມ້າວຕະປອງ ຮອງອໍານວຍການບໍລິສັດ ປະສົມ ບໍລິການຮັກສາຄວາມປອດໄພ ກ່າວວ່າ:

ໃນປີ 2021, ກໍາລັງຮັກສາຄວາມປອດໄພ ໄດ້ປ້ອງກັນຮັກສາຄວາມປອດໄພ ສຳນັກງານອົງການລັດ 2 ຈຸດ, ທະນາຄານການເງິນ 13 ຈຸດ, ອົງການຈັດຕັ້ງ 4 ຈຸດ, ບໍລິສັດລັດວິຊາຫະກິດ 7 ຈຸດ ແລະ ບຸກຄົນ, ນິຕິບຸກຄົນ 21 ຈຸດ; ໃນນີ້, ສັນຍາຮັກສາຄວາມປອດໄພ ທັງໝົດ 47 ສັນຍາ ຄື: ຮັກສາຄວາມປອດໄພຢູ່ເທດສະບານແຂວງ 37 ສັນຍາ, ເມືອງນາໝໍ້ 3 ສັນຍາ, ເມືອງແບງ 1 ສັນຍາ, ເມືອງຮຸນ 6 ສັນຍາ, ເມືອງປາກແບງ 2 ສັນຍາ ແລະ ເມືອງງາ 1 ສັນຍາ, ສາມາດສ້າງລາຍຮັບໄດ້ຈາກການບໍລິການເວນຍາມ 1.493.385.000 ກີບ.

ໃນກອງປະຊຸມ, ພັອ ສີວອນ ໄຊຍະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ ບໍລິສັດ ປະສົມ ຮັກສາຄວາມປອດໄພ ທີ່ໄດ້ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ແລະ ມີຄວາມຮັບປະກັນໃນການປ້ອງກັນເວນຍາມມີຄວາມປອດໄພດີ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານໃຫ້ມີຄວາມໂປ່ງໃສຕໍ່ໜ້າທີ່, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນ, ກວດກາອຸປະກອນເຕັກນິກຮັບໃຊ້ໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມພ້ອມໃນການປ້ອງກັນສະຖານທີ່ທີ່ຕົນຮັບຜິດຊອບ ເພື່ອຮັບປະກັນປອດໄພໂດຍພື້ນຖານ.