ໃນວັນທີ 10 ພຶດສະພາ ຜ່ານມາ, ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ກວດກາຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດຕັ້ງວາລະແຫ່ງຊາດແກ້ໄຂຢາເສບຕິດ ຢູ່ກອງບັນຊາການ ປກສ ເມືອງພະລານໄຊ, ໂດຍມີ ພັທ ແຕງອ່ອນ ໄຊຍະວົງ ຮອງກອງບັນຊາການ ປກສ ເມືອງພະລານໄຊ, ມີຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະກອງບັນຊາການ ປກສ ເມືອງ, ຫົວໜ້າພະແນກ, ຮອງພະແນກ, ປກສ ກຸ່ມບ້ານ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານ ເຂົ້າຮ່ວມ.

ພັທ ແຕງອ່ອນ ໄຊຍະວົງ ຮອງກອງບັນຊາການ ປກສ ເມືອງພະລານໄຊ ໄດ້ຂຶ້ນລາຍງານວຽກງານກໍ່ສ້າງຮາກຖານການເມືອງ ໃນ 4 ເດືອນຜ່ານມາ ວ່າ:

ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ ແມ່ນຢູ່ໃນໜ້າທີ່ຄວາມຮັບພິຊອບ ເປັນຕົ້ນແມ່ນ ວຽກງານຮັກສາຄວາມສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ການລົງເຜີຍແຜ່ເອກະສານວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ອົງການຈັດຕັ້ງບ້ານໄດ້ 9 ກຸ່ມບ້ານ ລວມ 54 ບ້ານ ມີຜູ້ເຂົ້າຮວ່ມຮັບຟັງຈຳນວນ 929 ຄົນ ຍິງ 67 ຄົນ ແລະ ຢູ່ບັນດາໂຮງຮຽນຕ່າງໆ.

ວຽກງານສ້າງບ້ານ ປກສ ດີ ແລະ ປອດຢາເສບຕິດ ສະໄໝທີ 3 ປະຈຳປີ 2022 ສາມາດເກັບກຳເຮືອນພັກຈຳນວນ 4 ຫຼັງ, ເຮືອນເຊົ່າ 14 ຫຼັງ, ຮ້ານກິນດື່ມ 3 ຮ້ານ, ຮ້ານຖ່າຍຮູບ 2 ຮ້ານ, ຮ້ານຄາລາໂອເກະ 3 ຮ້ານ, ຮ້ານເສີມສວຍ 11 ຮ້ານ, ຮ້ານຊ້ອມແປງລົດ 26 ຮ້ານ, ປ້ຳນໍ້າມັນ 11 ປໍ້າ, ຮ້ານໂທລະສັບ 5 ຮ້ານ, ເກັບກູ້ອາວຸດລ່າເນື້ອໄດ້ 59 ກະບອກ.

ນອກຈາກນີ້, ສາມາດມ້າງຄະດີຢາເສບຕິດໄດ້ 3 ເລື່ອງ, ກັກຜູ້ຖືກຫາໄດ້ 8 ຄົນ, ຂອງກາງຢາບ້າ 587 ເມັດ, ຄະດີອາຍາ 7 ເລື່ອງ, ກັກຜູ້ຖືກຫາ 9 ຄົນ, ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 12 ຄັ້ງ, ເສຍຊີວິດ 5 ຄົນ, ບາດເຈັບເລັກໜ້ອຍ 9 ຄົນ ຍິງ 2 ຄົນ, ສົມຄວນ 10 ຄົນ ຍິງ 3 ຄົນ, ສາຫັດ 4 ຄົນ ແລະ ຈັບກຸມເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ 153 ຄົນ ຍິງ 3 ຄົນ; ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິເຫັນໃສ່ບົດສະຫຼຸບ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ສຶບຕໍ່ຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ພັອ ສັງທອງ ສີປະເສີດ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ພະນັງານຫຼັກແຫຼ່ງ ພາຍໃນ ກອງບັນຊາການ ປກສ ເມືອງພະລານໄຊ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານວິຊາສະເພາະ ຕິດພັນກັບ ການຈັດຕັ້ງວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອແນໃສ່ເຮັດໃຫ້ພາຍໃນເມືອງມີຄວາມເປັນລະບຽບຮຽກຮ້ອຍ ແລະ ສັງຄົມມີຄວາມປອດໄພ.