ນັກສຶກສາລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XIV ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ໄປຢ້ຽມຢາມທັດສະນະສຶກສາຢູ່ໂຮງຮຽນ 303 ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໃນວັນທີ 12 ພຶດສະພາ 2022, ນໍາພາໂດຍ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການໂຮງຮຽນທິດສະດີການເມືອງ ປກສ, ໃຫ້ການຕ້ອນຮັບໂດຍ ພັອ ສັນຕິ ເພັດດວງສິດ ຫົວໜ້າການເມືອງໂຮງຮຽນ 303, ພັອ ຄໍາແສງ ແກ້ວດວງດີ ຮອງຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີນັກສຶກສາ ແລະ ພະນັກງານຄູ-ອາຈານ ເຂົ້າຮ່ວມ.

ພັອ ສັນຕິ ເພັດດວງສິດ ໄດ້ຍົກໃຫ້ເຫັນສະພາບຈຸດພິເສດທີ່ຕັ້ງ, ສິດພາລະບົດບາດຂອງໂຮງຮຽນ 303 ໂດຍໃຫ້ຮູ້ວ່າ:

ໂຮງຮຽນ 303 ແມ່ນໂຮງຮຽນກໍ່ສ້າງນາຍສິບເຫຼົ່າລົບຕີພິເສດ ແຕກຕ່າງກັບໂຮງຮຽນເຫຼົ່າລົບອື່ນ, ສາຍຕັ້ງ ແມ່ນຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຈາກ ຄະນະພັກ-ອົງການກົມໃຫຍ່ເສນາທິການກອງທັບ, ສາຍຂວາງ ແມ່ນໃຕ້ການຊີ້ນໍາໂດຍກົງຈາກ ກົມ 49, ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະພັກກົມໃຫ່ຍເສນາທິການກອງທັບ ແລະ ກົມ 49.

ພ້ອມທັງເຮັດໜ້າທີ່ປັບປຸງກໍ່ສ້າງກໍາລັງອົບຮົມຫັດແອບນາຍສິບ ຕາມແຜນການຂອງຂັ້ນເທິງອະນຸມັດ ແລະ ມີພາລະບົດບາດໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ແລະ ຈັດຕັ້ງຫັດແອບຮໍ່າຮຽນການເມືອງ-ການທະຫານ, ວິຊາສະເພາະເຕັກນິກ ໃຫ້ມີຄວາມສໍານິສໍານານ ຕິດພັນກັບ ການເພີ່ມພູນປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ກົມກອງນັບມື້ດີຂຶ້ນ; ໂດຍໄປຄຽງຄູ່ກັບ ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນ ເຮັດໃຫ້ສະພາບມີຄວາມສະຫງົບ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຈັດຕັ້ງເອົາພະນັກງານຜູ້ທີ່ມີຄວາມຮູ້-ຄວາມສາມາດຫັນລົງກໍ່ສ້າງຮາກຖານການເມືອງ ຕາມໝູ່ບ້ານຂອບເຂດກົມກອງຮັບຜິດຊອບ ໂດຍນໍາເອົາວຽກງານ 3 ສ້າງ, 4 ເນື້ອໃນ, 4 ຄາດໝາຍ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນຮັບຮູ້, ເຊື່ອມຊຶມເຂົ້າໃຈແຈ້ງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ຕິດພັນກັບ ການສ້າງທ່າສະໜາມສາມຂັ້ນ, ສ້າງກຸ່ມບ້ານສູ້ລົບຕິດລຽນ; ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ໃນແຕ່ລະວັນ ໄດ້ຈັດຕັ້ງຄະນະປະຈໍາການບັນຊາ, ປະຈໍາການສູ້ຮົບ, ປະຈໍາການບໍລິຫານ ພ້ອມດ້ວຍກໍາລັງ ແລະ ພາຫະນະປະຈໍາການຕະຫຼອດ 24 ຊົ່ວໂມງ.

ໂອກາດດັ່ງກ່າວ, ນັກສຶກສາ ໂຮງຮຽນທິດສະດີການເມືອງ ພ້ອມດ້ວຍພະນັກງານຄູ-ອາຈານ ໄດ້ຢ້ຽມຫໍພັກຂອງນັກຮຽນ 303, ຮັບຊົມການສະແດງມວຍຫັດແອບ, ການຕໍ່ສູ້ຂອງເຈົ້າໜ້າທີ່ກັບຄົນຮ້າຍ; ຈາກນັ້ນ, ກໍໄດ້ລົງລົງສະໜາມເພື່ອທົດລອງຍິງປືນ.

ນອກນີ້, ໂຮງຮຽນທິດສະດີການເມືອງ ປກສ ຍັງໄດ້ມອບເສື້ອກິລາຈໍານວນ 50 ຜືນ, ບານສົ່ງ, ກະຕໍ້, ບານເຕະ ຈໍານວນ 6 ໜ່ວຍ ແລະ ເຈວລ້າງມື ຈໍານວນ 3 ແກັດ ລວມມູນຄ່າ 3.800.000 ກີບ ໃຫ້ໂຮງຮຽນ 303 ເພື່ອນໍາໃຊ້ເຂົ້າໃນວຽກງານທີ່ຈໍາເປັນ.