ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງຫົວພັນ ໃຫ້ເອົາໃຈໃສ່ຊີ້ນໍາ-ນໍາພາເລົ່າຮົບວິຊາສະເພາະ ປະຕິບັດໜ້າທີ່ຢ່າງມີລະບອບແບບແຜນວິທີເຮັດວຽກຢ່າງຈະແຈ້ງ, ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງກັບແນວທາງ ແລະ ລະບຽບກົດໝາຍຂອງລັດ, ຂອງກໍາລັງປ້ອງກັນຄວາມສະຫງົບ.

ການຊີ້ນໍາຄັ້ງນີ້ ມີຂຶ້ນໃນໂອກາດທີ່ ພົຕ ວັນທອງ ກອງມະນີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ປກສ ແຂວງຫົວພັນ ໃນວັນທີ 12 ພຶດສະພາ 2022, ໂດຍມີ ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຄະນະ, ພະນັກງານຫຼັກແຫຼ່ງ ກອງບັນຊາການ ປກສ ແຂວງຫົວພັນ ເຂົ້າຮ່ວມ, ເຊິ່ງ ພົຕ ວັນທອງ ກອງມະນີ ໄດ້ກ່າວວ່າ:

ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງຫົວພັນ ທຸກຂັ້ນ ຕ້ອງເປັນເຈົ້າການຢ່າງຕັ້ງໜ້າໃນການຊີ້ນໍາ-ນໍາພາເຫຼົ່າຮົບວິຊາສະເພາະ, ພະນັກງານ-ນັກຮົບ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີລະບອບແບບແຜນທີ່ລະອຽດ, ຊັດເຈນ, ສອດຄ່ອງກັບລະບຽບ, ກົດໝາຍ, ແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ແລະ ມີຄວາມຍຸຕິທໍາ, ມີຄວາມເປັນເອກະພາບເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮອບຜິດຊອບ, ຕ້ອງມີການຕິດຕາມກວດກາ, ສະຫຼຸບລາຍງານ ແລະ ຖອດຖອນບົດຮຽນຢ່າງເປັນປົກກະຕິ.

ໄປຄຽງຄູ່ກັນນັ້ນ, ຕ້ອງປະຕິບັດລະບອບ, ລະບຽບ ແລະ ຂໍ້ກຳນົດຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ເປັນຕົ້ນແມ່ນ 7 ລະບອບ, 18 ວຽກໃນແຕ່ວະວັນ, ຄຳປະຕິຍານ 8 ຂໍ້, ລະບຽບວິໄນ 8 ຂໍ້ ຂອງກຳລັງປະກອບອາວຸດ, ລະບຽບວິໄນ 8 ຂໍ້ຕໍ່ປະຊາຊົນ, 17 ຂໍ້ຫ້າມ ແລະ 3 ທາດແທ້, 7 ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ.

ນອກຈາກນັ້ນ, ຕ້ອງກໍາໃຫ້ໄດ້ສະພາບການຕ່າງໆພາຍໃນແຂວງ ພ້ອມທັງມີການຂຶ້ນບັນຊີ, ເກັບກໍາ ແລະ ພ້ອມຈະແກ້ໄຂເຫດການທີ່ເກີດຂຶ້ນທຸກເວລາ ເພື່ອຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມຢ່າງຂາດຕົວ.