ວັນທີ 15 ພຶດສະພາ 2022, ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກຄອມມູນິດ ຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ດ້ວຍຍົນພິເສດຂອງ ສສ ຫວຽດນາມ ເພື່ອຢ້ຽມຢາມສັນທະວະໄມຕີຢູ່ ສປປ ລາວ ໃນລະຫວ່າງວັນທີ 15-17 ພຶດສະພາ 2022 ເຊິ່ງໃຫ້ການຕ້ອນຮັບທີ່ສະໜາມບິນສາກົນວັດໄຕໂດຍ ສະຫາຍ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ແລະ ມີທ່ານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ປະທານສະພາແຫ່ງຊາດ ສປປ ລາວ ແລະ ສະຫາຍ ເວືອງ ດິງ ເຫວະ ພ້ອມດ້ວຍການນຳຂັ້ນສູງຂອງສອງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເຂົ້າຮ່ວມພິທິເປີດໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຕາງໜ້າເຈົ້າຂອງໂຄງການທັງຝ່າຍລາວ ແລະ ຫວຽດນາມ ກໍຄື ຫ້ອງວ່າການ ສູນກາງພັກປະຊາຊົນປະຕິວັດລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນຕໍ່ໂຄງການກໍ່ສ້າດັ່ງກ່າວ; ໂດຍສະເພາະຝ່າຍ ສປປ ລາວ, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ກ່າວວ່າ:

ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແມ່ນເລີ່ມສ້າງຂຶ້ນໃນທ່າມກາງບັນຍາກາດແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ເຊິ່ງຖືວ່າເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນພິເສດ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ, ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງຢ່າງເລິກເຊິ່ງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ, ພ້ອມທັງເປັນສັນຍາລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງສອງຊາດ.

ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 3 ເຮັກຕາ ຕັ້ງຢູ່ເຂດນະຄອນຫຼວງວຽງຈັນ ເຊິ່ງບັນດາເນື້ອໃນກິດຈະການຕ່າງໆທີ່ຈະປະກອບເຂົ້າໃນໂຄງການ ແມ່ນລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເອກະລັກ, ວັດທະນະທຳ, ມູນເຊື້ອອັນດີງາມຂອງການພົວພັນລະຫວ່າງສອງຊາດ. ພາຍຫຼັງສຳເລັດການກໍ່ສ້າງ ສະຖານທີ່ດັ່ງກ່າວຈະກາຍເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງດ້ານວັດທະນະທຳ, ສະຖານທີ່ສຶກສາ, ຮ່ຳຮຽນຂອງປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນຂອງຊາວນະຄອນຫຼວງວຽງຈັນ ໄດ້ເຂົ້າມາທັດສະນະສຶກສາ, ຄົ້ນຄວ້າ, ເຄື່ອນໄຫວກິດຈະກໍາເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ລາວ ແລະ ຫວຽດນາມ ແມ່ນສອງປະເທດເພື່ອນມິດຍຸດທະສາດ-ເປັນປະເທດທີ່ມີບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້, ມີຄວາມໃກ້ຊິດສະໜິດສະໜົມ, ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ໄດ້ກາຍມາເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງເປັນແບບຢ່າງທີ່ຫາຍາກຂອງການພົວພັນສາກົນໃນໂລກແບບໜຶ່ງບໍ່ມີສອງ ໂດຍແມ່ນປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນ ເປັນຜູ້ລິເລີ່ມ ແລະ ເພີ່ມພູນຄູນສ້າງກາຍເປັນມໍລະດົກອັນປະເສີດ ແລະ ລໍ້າຄ່າທີ່ຕ້ອງໄດ້ຖະນຸຖະໝອມ ແລະ ສືບທອດມາຈົນເຖິງທຸກວັນນີ້.

ສຳລັບການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພົວພັນແບບພິເສດນີ້ ຍິ່ງໄດ້ຮັບການສືບຕໍ່ປັບປຸງ ແລະ ເສີມຂະຫຍາຍຂຶ້ນສູ່ລະດັບສູງກວ່າເກົ່າ ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າທີ່ໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ເຊິ່ງສອງພັກ-ສອງລັດໄດ້ວາງອອກຢ່າງມີໄຊ ເຮັດໃຫ້ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮັບການພັດທະນາ, ກ້າວຂຶ້ນເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.