ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃນວັນທີ 18 ພຶດສະພາ 2022 ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງເຊກອງ, ເຊິ່ງເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ຫ້ອງ 7, 1 ກອງພັນ, 1 ຄ້າຍ, ແລະ 4 ກອງບັນຊາການ ປກສ ເມືອງ ພ້ອມດ້ວຍພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ແສງວົງຈອນ ດາວລາສິງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງເຊກອງ ດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 7 ສະຫາຍ ຍິງ 2 ສະຫາຍ
  • ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 5 ສະຫາຍ ຍິງ 2 ສະຫາຍ

ພ້ອມທັງຜ່ານຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງເຊກອງ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງເຊກອງ ດັ່ງນີ້:

  • ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ ຈຳນວນ 3 ສະຫາຍ
  • ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ ຈຳນວນ 1 ສະຫາຍ

ໃນພິທີ, ພົຈວ ສົມໄຊ ພູລະຄໍາມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮຽກຮ້ອງໃຫ້ສືບຕໍ່ຮັກສາມູນເຊື້ອ ພ້ອມກັນສູ້ຊົນບຸກບືນ ແລະ ພັດທະນາຕົນເອງໃນການຍົກສູງຄວາມຮູ້-ຄວາມສາມາດ ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ຮັດແໜ້ນຄວາມສະມັກຄີພາຍໃນ ແລະ ພາຍນອກໃຫ້ໜັກແໜ້ນ ເພື່ອເຮັດສຳເລັດໜ້າທີ່ການເມືອງ ຕາມການມອບໝາຍຂອງຂັ້ນເທິງໃຫ້ມີຜົນສໍາເລັດ.