ໃນວັນທີ 17  ພຶດສະພາ 2022, 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ) ກະຊວງ ປກສ ໄດ້ນໍາເອົາເຄື່ອງມາມອບໃຫ້ ໂຮງຮຽນວັດທະນະທໍາ ຫຼັກ 67 ກົມໃຫຍ່ການເມືອງ ປກສ, ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ກະຊວງ ປກສ, ມີຄະນະ 3 ອົງການຈັດຕັ້ງ, ພະນັກງານ ແລະ ຄູ-ອາຈານ ເຂົ້າຮ່ວມ.

ໃນພິທີ, ຕາງໜ້າໃຫ້ແຕ່ລະພາກສ່ວນ ໄດ້ພັດປ່ຽນກັນຂຶ້ນກ່າວມອບ ແລະ ກ່າວຮັບໂດຍ ພັອ ທະວີພອນ ຮັກໜໍ່ລາດ ອໍານວຍການໂຮງຮຽນວັດທະນະທຳ ຫຼັກ 67, ໂດຍເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ປຶ້ມ, ບິກ, ອຸປະກອນການຮຽນ-ການສອນ, ເຄື່ອງກິລາ, ຜ້າອັດປາກ-ດັງ, ເຈວລ້າງມື ແລະ ເຄື່ອງອື່ນອີກຈໍານວນໜຶ່ງ ລວມມູນຄ່າ 8.000.000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຮຽນ-ການສອນ ແລະ ວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂອງ ໂຮງຮຽນວັດທະນະທໍາ ຫຼັກ 67 ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ.

ໂອກາດນີ້, ພັອ ທະວີພອນ ຮັກໜໍ່ລາດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ຄະນະພັກ-ຄະນະບັນຊາ ແລະ ຄະນະ 3 ອົງການຈັດຕັ້ງ ທີ່ໄດ້ນໍາເອົາເຄື່ອງດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ພ້ອມທັງກ່າວອວຍພອນໃຫ້ທຸກສະຫາຍຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ; ສ່ວນເຄື່ອງທີ່ນໍາມາມອບໃຫ້ຄັ້ງນີ້ ທາງໂຮງຮຽນຈະນໍາໃຊ້ເຂົ້າໃນວຽກງານການຮຽນ-ການສອນ ແລະ ວຽກງານປ້ອງກັນ, ຕ້ານສະກັ້ນພະຍາດໂຄວິດ-19 ຂອງໂຮງຮຽນໃຫ້ເກີດປະໂຫຍດສູງສຸດ.