ໃນວັນທີ 13 ພຶດສະພາ 2022, ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ ປກສ ກຸ່ມບ້ານ ແລະ ວຽກງານ ປກສ ບ້ານ ໄລຍະ 5 ປີ (2018 -2022) ແລະ ທິດທາງແຜນການ ປີ 2023-2027 ທົ່ວແຂວງໄຊຍະບູລີ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍຫຼັງດຳເນີນມາເປັນເວລາ 2 ວັນ ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ, ເປັນປະທານໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານ ປກຊ-ປກສ ແຂວງ, ພົຈວ ໜູໄບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ, ກອງພົນທະຫານຮາບທີ 2, ກອງບັນຊາການທະຫານແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າກອງບັນຊາການ ປກສ 11 ເມືອງ ພ້ອມດ້ວຍນາຍຕໍາຫຼວດວິຊາສະເພາະທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນວຽກງານ ປກສ ກຸ່ມບ້ານ, ປກສ ບ້ານ 5 ປີ 2018-2022 ແລະ ທິດທາງແຜນການ 2023-2027 ເຊິ່ງໄດ້ສັງເກດຕີລາຄາສະພາບການທີ່ພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດວຽກງານ ປກສ ກຸ່ມບ້ານ ແລະ ປກສ ບ້ານ, ເຊິ່ງຄະນະພັກ-ຄະນະບັນຊາ ກຳລັງປ້ອງກັນຄວາມສະຫງົບແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາທົ່ວກຳລັງປ້ອງກັນຄວາມສະຫງົບ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢູ່ຮາກຖານ ພ້ອມທັງປັບປຸງ ແລະ ກໍ່ສ້າງກຳລັງຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ດ້ວຍຫຼາຍວິທີການ ເຊັ່ນ:

ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຝຶກອົບຮົມ ແລະອື່ນໆ ໃຫ້ ປກສ ກຸ່ມບ້ານ ແລະ ປກສ ບ້ານ ມີຄຸນທາດການເມືອງໜັກແໜ້ນ, ເຮັດໜ້າທີ່ວິຊາສະເພາະ ຕາມການມອບໝາຍ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ໃນປີ 2017, ທົ່ວແຂວງໄຊຍະບູລີ ມີບ້ານປ້ອງກັນຄວາມສະຫງົບດີ 402 ບ້ານ, ໃນ 5 ປີ ສາມາດສ້າງໄດ້ 21 ບ້ານ, ຍັງ 7 ບ້ານ; ສາມາດຂຶ້ນບັນຊີຄຸ້ມຄອງເປົ້າໝາຍທັງໝົດ 6.263 ຄົນ, ເປົ້າໝາຍການເມືອງ 1.746 ຄົນ, ເປົ້າໝາຍອາຍາ 4.517 ຄົນ, ໄດ້ສຶກສາອົບຮົມ 3.070 ຄົນ, ໄດ້ຈັດຕັ້ງກຳລັງປ້ອງກັນກອງປະຊຸມ, ວັນບຸນສຳຄັນຕ່າງໆ, ແຂກພາຍໃນ ແລະ ຕ່າງປະເທດທີ່ມາເຄື່ອນໄຫວຢ້ຽມຢາມ ແຂວງໄຊຍະບູລີ ມີຄວາມປອດໄພ 100%.

ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເຊິ່ງທາງເຈົ້າໜ້າທີ່ ປກສ ກຸ່ມບ້ານ ສາມາດມ້າງລາຍຄະດີຢາເສບຕິດໄດ້ 74 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 77 ຄົນ ຍິງ 19 ຄົນ, ຢຶດຂອງກາງຢາບ້າ 9.681.034 ເມັດ, ຢາໄອສ໌ 565,5 ກິໂລກຼາມ, ຢາຝິ່ນ 4,9 ກິໂລກຼາມ, ລົດໃຫ່ຍ 5 ຄັນ, ລົດຈັກ 44 ຄັນ, ໂທລະສັບ 144 ໜ່ວຍ, ເງິນກີບ 40.646.500 ກີບ, ເງິນບາດ 57.830 ບາດ ແລະ ເງິນໂດລາ 100 ໂດລາ; ພ້ອມທັງໄດ້ເຮັດບັດບັນທຶກສຶກສາອົບຮົມຂັ້ນບ້ານ 2.069 ຄົນ, ສຶກສາອົບຮົມຂັ້ນ ປກສ ກຸ່ມບ້ານ 100 ຄົນ, ເລີກຮື້ແກ້ໄຂເຂົ້າສູນບຳບັດ 958 ຄົນ ຍິງ 34 ຄົນ.

ທັງນີ້, ກອງປະຊຸມ ຍັງໄດ້ຮັບຟັງຄຳຄິດຄຳເຫັນຈາກຕາງໜ້າບັນດາພະແນກການອ້ອມຂ້າງແຂວງ, ເມືອງ ແລະ ກອງບັນຊາການ ປກສ ເມືອງ ໃນທົ່ວແຂວງ ເພື່ອເປັນການຖອດຖອນບົດຮຽນ ແລະ ເປັນເອກະພາບກັນຈັດຕັ້ງປະຕິປະຕິບັດທິດທາງແຜນການ ໃຫ້ບັນລຸຕາມຄາດໝາຍ.

ໃນກອງປະຊຸມ, ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການນຳພາ-ຊີ້ນຳປະຕິບັດໜ້າທີ່ວຽກງານຂອງ ຄະນະພັກກອງບັນຊາການ ປກສ ແຂວງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດໃນທົ່ວກຳລັງ ໂດຍສະເພາະແມ່ນ ກຳລັງ ປກສ ກຸ່ມບ້ານ ແລະ ປກສ ບ້ານ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຮັດໃຫ້ສະພາບທົ່ວແຂວງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ນອກນີ້, ທ່ານກໍຍັງໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ໂດຍສະເພາະ ກໍາລັງ ປກສ ກຸ່ມບ້ານ ແລະ ປກສ ບ້ານ ເອົາໃຈໃສ່ເຊື່ອມຊຶມກຳແໜ້ນບັນດາແນວທາງ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເຊິ່ງພິເສດກໍແມ່ນ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມທິດຫັນເອົາພະນັກງານແຂວງລົງເມືອງ, ພະນັກງານເມືອງລົງປະຈໍາຢູ່ ປກສ ກຸ່ມບ້ານ ໃຫ້ສາມາດນຳພາຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຢ່າງຖືກຕ້ອງຢູ່ຂັ້ນຮາກຖານ ເພື່ອແນໃສ່ປັບປຸງຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ.