ກອງບັນຊາການ ປກສ ແຂວງຄຳມ່ວນ, ຈັດພິທີເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ແລະ ປະກາດກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາພາຍໃນກອງບັນຊາການ. ເປັນປະທານຂອງ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ຄະ ນະພະແນກ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ ແລະ ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ, ໃນວັນ ທີ 19 ພຶດສະພາ ຜ່ານມາ.

ໃນພິທີ, ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ; ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 34 ສະຫາຍ ຍິງ 6 ສະ ຫາຍ, ເລື່ອນຊັ້ນ ວາທີ ຂຶ້ນຊັ້ນ ຮ້ອຍຕີ ຈຳນວນ 30 ສະຫາຍ ຍິງ 3 ສະຫາຍ ແລະ ຜ່ານ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຄຳມ່ວນ ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕຳຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ. ໃນນີ້, ເລື່ອນຊັ້ນ ສິບເອກ ຂຶ້ນຊັ້ນ ວາທີ 6 ສະຫາຍ, ເລື່ອນຊັ້ນ ສິບໂທ ຂຶ້ນຊັ້ນ ສິບເອກ 17 ສະຫາຍ ຍິງ 1 ສະຫາຍ. ເປັນກຽດປະດັບຊັ້ນໃນຄັ້ງນີ້ ໂດຍ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ.

ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ. ໃນນີ້, ໄດ້ແຕ່ງຕັ້ງ ພັທ ແກ້ວມະນີ ຈິດຕະນາພັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ຂຶ້ນເປັນ ຮັກສາການຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ, ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກນະໂຍບາຍ-ປະກັນສັງຄົມ, ຫ້ອງການເມືອງ ປກສ ແຂວງ; ໄດ້ແຕ່ງຕັ້ງ ພັຕ ນາງ ຈັນສີ ອິນທະຊ້ອຍ ຈາກຮອງຫົວໜ້າພະແນກຂຶ້ນເປັນຮັກສາການຫົວໜ້າພະແນກນະໂຍບາຍ-ປະກັນສັງຄົມ. ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດກອງບັນຊາການ ປກສ ແຂວງ; ໃນນີ້,​ ໄດ້ຍົກຍ້າຍ ພັທ ບົວລຽນ ແສນສົມຫວັງ ຈາກກອງບັນຊາການ ປກສ ເມືອງບົວລະພາ ໄປຮັບໜ້າທີ່ໃໝ່ຢູ່ ລັດວິສາຫະກິດບໍລິການຮັກສາຄວາມປອດໄພ ປກສ ແຂວງ.

ນອກນັ້ນ, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ປກສ ແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ; ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ແກ້ວ ມະນີຈິດຕະນາພັນ ຄະນະພັກ ປກສ ແຂວງ ເປັນເລຂາໜ່ວຍພັກຮາກຖານກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ພອນວິໄລ ສຸດຈັນທະລາ ເປັນປະທານກວດກາໜ່ວຍພັກຮາກຖານຫ້ອງການ ເມືອງ ປກສ ແຂວງ, ບົ່ງຕົວແຕ່ງ ຕັ້ງສະຫາຍ ພັທ ອ້ອຍຄຳສຸກ ອິນທະວົງ ເປັນປະທານກວດກາໜ່ວຍພັກຮາກຖານຫ້ອງການ ກອງບັນຊາການ ປກສ ແຂວງ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຂວັນ ໃຈ ເກດວິໄລ ເປັນຮອງເລຂາ ຄະ ນະພັກຮາກຖານຫ້ອງຕຳຫຼວດ, ສະຫາຍ ພັທ ພອນສີ ຫຼຽນທອງໄຊ ເປັນປະທານກວດກາ ຄະນະພັກ ຮາກຖານຫ້ອງຕຳຫຼວດ, ສະຫາຍ ພັທ ວົງກົງໃຈ ໝັ້ນບຸນເພັງ ເປັນ ຄະນະພັກຮາກຖານຫ້ອງຕຳຫຼວດ, ສະຫາຍ ພັທ ບຸນອ້ອມ ພົມມະຈັນ ເປັນຄະນະ ພັກຮາກຖານຫ້ອງຕຳ ຫຼວດ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ພູນສຸກ ໄຊສົມບັດ ເປັນປະທານກວດກາຄະນະພັກຮາກຖານຫ້ອງສັນຕິບານ, ສະຫາຍ ພັທ ດາວເລືອງ ຟອງສະຫວັນ ເປັນ ຄະນະພັກຮາກຖານຫ້ອງສັນຕິ ບານ, ສະຫາຍ ພັທ ລັດສະໝານ ນັດສຸນີວົງ ເປັນຄະນະພັກຮາກ ຖານຫ້ອງສັນຕິບານ, ສະຫາຍ ພັທ ລຸນນ້ອຍ ຄຳພັນ ເປັນຄະນະ ພັກຮາກຖານຫ້ອງສັນຕິບານ. ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຈິດ ໃຈເພັດ ຊາມຸນຕີ ເປັນຮອງເລຂາຄະນະ ພັກຮາກຖານຫ້ອງພະລາທິການ, ສະຫາຍ ພັທ ສີທັນດອນ ຈຸນລະມະນີ ເປັນປະທານກວດກາຄະນະພັກຮາກຖານຫ້ອງພະລາທິການ, ສະຫາຍ ພັທ ວົງມາ ໄຊສີຈັນ ເປັນຄະນະພັກຮາກຖານຫ້ອງພະລາທິການ.

ນອກຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງບົ່ງຕົວແຕ່ງ ຕັ້ງບັນດາສະຫາຍເປັນເລຂາ, ຮອງ ເລຂາ, ກຳມະການໜ່ວຍພັກທີ່ ຂຶ້ນກັບຄະນະພັກຮາກຖານອີກ ຈຳນວນໜຶ່ງ.