ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ເປີດຝຶກອົົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ນາຍຕໍາຫຼວດ ໃນລະຫວ່າງວັນທີ 25-27 ພຶດສະພາ 2022, ເປັນປະທານໂດຍ ສະຫາຍ ພົຈວ ປອ ວັນສົມ ສີສົມບັດ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າອໍານວຍການ ວສປ, ມີຄະນະພັກ-ຄະນະອໍານວຍການ, ຫ້ອງ, ພະແນກ, ຕາງໜ້າກົມໃຫຍ່ການເມືອງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພົຈວ ປອ ວັນສົມ ສີສົມບັດ ໄດ້ກ່າວເປີດຊຸດຝຶກອົບຮົມຄັ້ງນີ້ ວ່າ:

ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອປະຕິບັດແນວທາງການກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນໍາ, ເຮັດໃຫ້ຮາກຖານພັກໃນກໍາລັງປ້ອງກັນຄວາມສະຫງົບ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກງານພັກ, ວຽກງານການເມືອງໃຫ້ແກ່ນາຍຕໍາຫຼວດທີ່ເຮັດວຽກງານພັກ ໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການ ໃນການຈັດຕັ້ງປະຕິບັດຕົວຈິງໃນທົ່ວກໍາລັງປ້ອງກັນຄວາມສະຫງົບ, ແນໃສ່ເຮັດໃຫ້ວຽກງານພັກ, ວຽກງານການເມືອງຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານພັກກໍາໄດ້ບັນດາຫຼັກການ, ທິດນໍາ ແລະ ແນວທາງຂອງພັກ ສາມາດເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບຜົນດີ.

ເນື້ອໃນເອກະສານຝຶກອົບຮົມ ປະກອບມີ:

  • ເອກະສານຝຶກຝົນຄຸນທາດການເມືອງ ແລະ ຄຸມສົມບັດສິນທໍາປະຕິວັດ
  • ເອກະສານການຈັດຕັ້ງ ແລະ ນໍາພາຂອງພັກຕໍ່ກໍາລັງປ້ອງກັນຄວາມສະຫງົບ
  • ເອກະສານຍົກສູງຄຸນນະພາບການນໍາພາຮອບດ້ານຂອງ ການຈັດຕັ້ງຮາກຖານພັກ
  • ເອກະສານຍົກສູງຄຸນນະພາບຂອງ ສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ໃນໄລຍະໃໝ່
  • ເອກະສານເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ
  • ເອກະສານເພີ່ມທະວີວຽກງານປ້ອງກັນພັກ ໃນໄລຍະໃໝ່
  • ເອກະສານລະບຽບວິໄນຂອງພັກ
  • ເອກະສານການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂອງພັກ
  • ເອກະສານລະບອບຫົວໜ້າດຽວ

ໂດຍຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນທັງໝົດ 80 ສະຫາຍ ຍິງ 7 ສະຫາຍ.

ໂອກາດດັ່ງກ່າວ, ທ່ານຫົວໜ້າອໍານວຍການ ວສປ ໄດ້ເນັ້ນໃຫ້ບັນດາສະຫາຍນັກວິທະຍາກອນ ແລະ ນັກສໍາມະນາກອນ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄໍາຄິດ, ຄໍາເຫັນ, ແລກປ່ຽນບົດຮຽນໃຫ້ເລິກເຊິ່ງ, ກົງໄປກົງມາ, ເຮັດໃຫ້ເນື້ອໃນຂອງການຝຶກອົບຮົມວຽກງານພັກ-ວຽກງານການເມືອງຄັ້ງນີ້ ມີຄວາມຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆ ທີ່ຕັ້ງຂຶ້ນບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ອັນສໍາຄັນແມ່ນຢາກໃຫ້ບັນດາສະຫາຍລົງເລິກຄົ້ນຄ້ວາ, ປະກອບຄໍາເຫັນຕໍ່ບັນຫາຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໂດຍສະເພາະແມ່ນນິຕິກໍາທີ່ພົວພັນເຖິງວຽກງານພັກ-ວຽກງານການເມືອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.