ວັນທີ 24 ພຶດສະພາ 2022, ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັບ ກອງບັນຊາການຕຳຫຼວດ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ເຊິ່ງຝ່າຍລາວນໍາໂດຍ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ພ້ອມຄະນະ, ຝ່າຍຫວຽດນາມນໍາໂດຍ ພັອ ໂງ ແທ່ງ ບິ່ງ ຫົວໜ້າກອງບັນຊາການຕຳຫຼວດ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ໃນໂອກາດທີ່ຕ້ອນຮັບການມາຢ້ຽມຢາມເຮັດວຽກໃນຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ມູນເຊື້ອສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ເຊິ່ງໃນໄລຍະຜ່ານມາ ເຫັນວ່ານັບມື້ເຕີບໃຫຍ່ເຂັ້ມແຂງທຸກດ້ານ ໂດຍສະເພາະແມ່ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງຄວາມສະຫງົບຂອງສອງປະເທດ ກໍຄື ສອງແຂວງຫຼວງພະບາງ-ດຽນບຽນ ເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ ທັງເປັນກາລະໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ວັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ໃນປີ 2022 ນີ້.

ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ຜັດປຽນກັນສະເໜີແລກປ່ຽນຄໍາເຫັນປັບປຸງ-ແກ້ໄຂຂອດການເຮັດວຽກປະສານງານໃຫ້ເປັນອັນໜຶ່ງອັນດຽວກັນ ແລະ ພ້ອມກັນປຶກສາຫາລືກຳນົດທິດທາງແຜນການຮ່ວມມືວຽກງານວິຊາສະເພາະໃນຕໍ່ໜ້າ ເຊັ່ນ: ເຫັນດີສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດບັນດາແຜນການບົດບັນທຶກຊ່ວຍຈຳຂອງ ສອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ຕາມທີ່ໄດ້ກຳນົດໄວ້.

ເພີ່ມທະວີຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ານການກໍ່ອາຊະຍາກຳຕ່າງໆ, ການສືບສວນ-ສອບສວນ, ມອບ-ຮັບເປົ້າໝາຍ ເພື່ອດຳເນີນຕາມກົດໝາຍຂອງແຕ່ລະຝ່າຍ, ມອບໃຫ້ບັນດາຫ້ອງວິຊາສະເພາະຄຸ້ມຄອງການເຂົ້າ-ອອກເມືອງ ຊ່ວຍເຫຼືອກັນແລກປຽນຂໍ້ມູນວິຊາສະເພາະ, ຮ່ວມມືຕ້ານສະກັດກັ້ນບັນຫາການຄ້າຂາຍຢາເສບຕິດ, ບັນຫາລັກລອບເຂົ້າເມືອງແບບຜິດກົດໝາຍ, ບັນຫາສາສະໜາ, ບັນຫາການລັກແຕ່ງດອງທີ່ບໍ່ຖືກຕ້ອງ, ເຫັນດີອຳນວຍຄວາມສະດວກໃຫ້ບັນດາທີມງານວິຊາສະເພາະ ລົງປະຕິບັດໜ້າທີຢູ່ເຂດຊາຍແດນຈຸດທີ່ຫຼ່ໍແຫຼມຂົນສົ່ງຄ້າຂາຍຂອງຜິດກົດໝາຍ, ສືບຕໍ່ຮ່ວມມືປົກປັກຮັກສາຜົນປະໂຫຍດຮ່ວມກັນ ເພື່ອຮັບປະກັນເຮັດໃຫ້ຊາຍແດນສອງປະເທດ ກໍຄື ຂອບເຂດທີ່ຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ.

ໃນກອງປະຊຸມ, ຄະນະຜູ້ແທນສອງຝ່າຍ ໄດ້ລົງນາມເຊັ່ນບົດບັນທຶກຊ່ວຍຈຳຮ່ວມກັນ, ຝ່າຍລາວເຊັນໂດຍ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ຝ່າຍຫວຽດນາມ ພັອ ໂງ ແທ່ງ ບິ່ງ ຫົວໜ້າກອງບັນຊາການຕຳຫຼວດ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ.