ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ເປີດຝຶກອົບຮົມວຽກງານນໍາພາຊາວໜຸ່ມ ກະຊວງ ປກສ ຄັ້ງທີ I ໃຫ້ແກ່ຄະນະຊາວໜຸ່ມແຕ່ລະຂັ້ນບັນດາກົມກອງອ້ອມຂ້າງ ກະຊວງ ປກສ ໃນວັນທີ 25 ພຶດສະພາ 2022, ເປັນປະທານໂດຍ ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ມີຕາງໜ້າສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະຊາວໜຸ່ມອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອສ້າງໃຫ້ ຄະນະບໍລິຫານງານຊາວໜຸ່ມ ກົມກອງອ້ອມຂ້າງ ກະຊວງ ປກສ ຮັບຮູ້ແນວທາງການເມືອງຂອງພັກ, ສະຕິເຄົາລົບລະບຽບກົດໝາຍຂອງລັດ ໃນແຕ່ລະໄລຍະ, ເຮັດໃຫ້ຄະນະບໍລິຫານງານຊາວໜຸ່ມ ກົມກອງອ້ອມຂ້າງ ກະຊວງ ໂດຍສະເພາະຜູ້ທີ່ເຮັດວຽກຊ່ວຍຊາວໜຸ່ມ ໄດ້ຮັບຮູ້ເຖິງພາລະບົດບາດ, ສິດໜ້າທີ່, ຮູ້ວິທີ່ນໍາພາ-ບັນຊາຊາວໜຸ່ມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະ ທັງເປັນການຍົກລະດັບຄວາມຮູ້-ຄວາມສາມາດໃຫ້ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ກໍຄື ຊາວໜຸ່ມກົມກອງອ້ອມຂ້າງ ຂຶ້ນອີກບາດກ້າວໜຶ່ງ; ພ້ອມນີ້, ກໍເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດພັດທະນາຊາວໜຸ່ມ-ເຍົາວະຊົນລາວ ປີ 2021-2030 ເຂົ້າໃນຂົງເຂດຊາວໜຸ່ມ ກະຊວງ ປກສ ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້.

ຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 40 ສະຫາຍ ຍິງ 10 ສະຫາຍ ທີ່ມາຈາກກົມກອງອ້ອມຂ້າງ ກະຊວງ ປກສ; ໃນນີ້, ນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບ ເອກະສານ ພັກປະຊາຊົນປະຕິວັດລາວ ກ່ຽວກັບວຽກງານຊາວໜຸ່ມ, ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາ ວະຊົນລາວ ປີ 2021-2031, ວຽກງານສຶກສາອົບຮົມຊາວໜຸ່ມ, ວຽກງານຂະບວນການຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ວຽກງານກອງອາສາສະໝັກ, ວຽກງານຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ເອກະສານອື່ນໆອີກຈໍານວນໜຶ່ງ.