ວັນທີ 25 ພຶດສະພາ 2022, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນອາຊີ ຄັ້ງທີ 17 ໃນຮູບແບບທາງໄກ ເຊິ່ງຈັດທີ່ສາທາລະນະລັດຟິຈິ, ພາຍໃຕ້ການເປັນປະທານຂອງ ທ່ານ ໄອຢາສ ຊາເຢດ ໄກຢໍາ ລັດຖະມົນຕີ ກະຊວງສື່ສານຟິຈິ, ມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ທີ່ຮັບຜິດຊອບສື່ມວນຊົນໃນອາຊີ ເຂົ້າຮ່ວມ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ມີຄໍາເຫັນວ່າ:

ສປປ ລາວ ໄດ້ສະໜັບສະໜູນການປ່ຽນແປງຂອງສື່ມວນຊົນໃນໂລກ, ລັດຖະບານລາວ ໂດຍສະເພາະ ກະຊວງ ຖວທ ໄດ້ແຈ້ງໃຫ້ທຸກສື່ທັງພາກລັດ ແລະ ເອກະຊົນ, ຊອກຫາວິທີທາງ ເພື່ອປ່ຽນແປງວິທີການຊອກຫາຂ່າວແບບໃໝ່ ໂດຍຜ່ານຫຼາຍຊ່ອງທາງເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍຜູ້ຟັງທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ໂດຍໄດ້ເຮັດໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ ໂດຍສະເພາະທ່າມກາງຄວາມເຕີບໂຕຢ່າງວ່ອງໄວ ໃນດ້ານຂໍ້ມູນຂ່າວສານເຕັກໂນໂລຊີ.

ທ່ານ ອຸ່ນທວງ ຂາວພັນ ໃຫ້ຮູ້ຕື່ມວ່າ:

ພວກເຮົາຕ້ອງປະເຊີນກັບບັນຫາທີ່ເກີດຂຶ້ນຈາກຂ່າວປອມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ສະນັ້ນ,ຈຶ່ງມີຄວາມສໍາຄັນຫຼາຍທີ່ຈະຕ້ອງລະມັດລະວັງ ແລະ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ການເມືອງ ແລະ ວັດທະນາທໍາສັງ-ຄົມຂອງລາວເທົ່ານັ້ນ ຫາກຍັງເປັນສິ່ງທ້າທາຍທົ່ວໂລກອີກດ້ວຍ. ໃນນັ້ນ, ລັດຖະບານລາວ ໄດ້ປະກາດໃຊ້ ກົດໝາຍ ວ່າດ້ວຍ ສື່ມວນຊົນ ແລະ ກົດໝາຍ ວ່າດ້ວຍ ການຄຸ້ມຄອງການເຜີຍແຜ່ຂໍ້ມູນຂ່າວສານຜ່ານທາງອິນເຕີເນັດ ພ້ອມທັງສ້າງຕັ້ງທີມງານສຸກເສີນຄອມພິວເຕີ ເພື່ອແກ້ໄຂບັນຫາເຫຼົ່ານີ້.

ທ່ານຍັງໄດ້ເນັ້ນຕື່ມວ່າ: ບັນດາລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນຂອງອາຊີ ຄວນຍຶດໝັ້ນເພີ່ມທະວີການຮ່ວມມື ເພື່ອຮັກສາສັນຕິພາບ ແລະ ຄວາມໜັ້ນຄົງ ພ້ອມທັງສ້າງການຮ່ວມມືທີ່ແໜ້ນແຟ້ນ ແລະ ຕ້ານໄພຂົ່ມຂູ່ທາງອິນເຕີເນັດ ແລະ ກໍ່ການຮ້າຍທີ່ອາດຈະເກີດຂຶ້ນທຸກຮູບແບບໃນພາກພື້ນ.