ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ປິດຊຸດຝຶກອົບຮົມວຽກງານພັກ, ວຽກງານການເມືອງໄລຍະສັ້ນ ຄັ້ງທີ I ໃນວັນທີ 26 ພຶດສະພາ 2022, ໂດຍການເປັນປະທານຂອງ ສະຫາຍ ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະໜ່ວຍພັກ, ຄະນະຫ້ອງ, ຄະນະກອງພັນ ແລະ ໂຮງຮຽນ ອ້ອມຂ້າງ ກອງບັນຊາການ ເຂົ້າຮ່ວມ.

ສະຫາຍ ພັທ ພູຄຳຫຼ້າ ໄຊຍະສຸກ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກ ໄດ້ຜ່ານບົດສະຫຼຸບປິດຊຸດຝຶກອົບຮົມວຽກງານພັກ-ວຽກງານການເມືອງ ໃຫ້ຮູ້ວ່າ:

ຜ່ານການຝຶກອົບຮົມວຽກງານດັ່ງກ່າວ ເຮັດໃຫ້ພະນັກງານທີ່ເປັນເສນາທິການເຮັດວຽກງານພັກ ມີຄວາມຮັບຮູ້-ເຂົ້າໃຈທາງດ້ານຫຼັກມູນທິດສະດີ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການກ່ຽວກັບວຽກງານພັກ, ວຽກງານການເມືອງ ໃນກໍາລັງປ້ອງກັນສູນກາງ ຂຶ້ນອີກບາດກ້າວໜຶ່ງ, ເຊິ່ງບົດຮຽນ ແລະ ຜົນງານທີ່ນັກສໍາມະນາກອນຍາດມາໄດ້ໃນຄັ້ງນີ້ ກໍຍ້ອນມີແນວທາງອັນຖືກຕ້ອງຂອງພັກ-ລັດ, ຍ້ອນໄດ້ຮັບການນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດຈາກ ຄະນະພັກກອງບັນຊາການ ປກ ແລະ ໄດ້ຮັບການຮ່ວມມືຊ່ວຍເຫຼືອຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຍ້ອນຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງຄະນະຮັບຜິດຊອບ, ພະນັກງານຮັບໃຊ້ ແລະ ນັກສໍາມະນາກອນທຸກສະຫາຍ ໄດ້ຕັ້ງໜ້າບຸກບືນເຮັດສຳເລັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ.

ໃນຊຸດຝຶກອົບຮົມວຽກງານພັກ, ວຽກງານການເມືອງຄັ້ງນີ້ ມີນັກສຳມະນາກອນເຂົ້າຮ່ວມ ທັງໝົດ 51 ສະຫາຍ ຍິງ 3 ສະຫາຍ, ເຊິ່ງເລີ່ມຝຶກອົບຮົມ ແຕ່ວັນທີ 23-26 ພຶດສະພາ 2022; ພ້ອມນັ້ນ, ໃນພິທີປິດຊຸດຝຶກອົບຮົມຄັ້ງນີ້ ກໍໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດໃນການເຂົ້າຮ່ວມຊຸດຝຶກອົບຮົມ, ມອບໃບຢັ້ງຢືນໂດຍ ສະຫາຍ ພົຈວ ສົມພົງ ຂໍາວິລຸນ.