ພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 27 ໃນຮູບແບບກອງປະຊຸມທາງໄກ, ພາຍໃຕ້ຫົວຂໍ້: “ບົດບາດໃໝ່ຂອງອາຊີໃນໂລກທີ່ແບ່ງຂົ້ວ (Redefining Asia’s role in a divided world)”, ຈັດຂຶ້ນໂດຍສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI), ໃນວັນທີ 26 -27 ພຶດສະພາ 2022, ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ. ໃນ ກອງປະຊຸມຄັ້ງນີ້ ໄດ້ມີການນຳ, ອະດີດການນຳຂອງບັນດາປະເທດໃນພາກພື້ນອາຊີ ກໍຄືຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສື່ມວນຊົນ, ນັກຄົ້ນຄວ້າເຂົ້າຮ່ວມຢ່າງຫຼວງຫຼາຍ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອແລກປ່ຽນທັດສະນະຕໍ່ກັບສະພາບການທີ່ເກີດຂຶ້ນໃນປັດຈຸບັນ ແລະ ຊຸກຍູ້ບົດ ບາດຂອງອາຊີຕໍ່ໂລກຄືແນວໃດ ດ້ວຍເປົ້າໝາຍອັນດຽວກັນ ແລະ ສອດຄ່ອງກັນ.

ໃນກອງປະຊຸມຄັ້ງນີ້, ພະນະ ທ່ານປະທານປະເທດໄດ້ກ່າວປາໄສຜ່ານສື່ອີເລັກໂຕຼນິກ (Online), ເຊິ່ງມີເນື້ອໃນສ່ອງແສງໃຫ້ເຫັນເຖິງສະພາບການປັດຈຸບັນທີ່ໂລກກຳລັງປະເຊີນກັບຄວາມຫຍຸ້ງຍາກ, ສັບສົນ, ຄວາມຂັດແຍ່ງ, ແບ່ງຂົ້ວ, ເຊິ່ງສະພາບການທີ່ທ້າທາຍດັ່ງກ່າວມັນຮຽກຮ້ອງໃຫ້ປະຊາ ຄົມໂລກ ກໍຄືພາກພື້ນອາຊີໃນຖານະເປັນຫົວຈັກຂັບເຄື່ອນທີ່ສຳຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກທັງເປັນຜູ້ລິເລີ່ມສ້າງຕັ້ງຫຼາຍກົນໄກການຮ່ວມມືໃໝ່ທີ່ກວ້າງຂວາງ ແລະ ຮອບດ້ານຄວນສືບຕໍ່ຍົກສູງບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍດັ່ງກ່າວແນໃສ່ ເພື່ອປົກປ້ອງ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ເຄົາລົບເຊິ່ງກັນ ແລະກັນ, ສ້າງສັນພ້ອມທັງສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ, ການເຊື່ອມໂຍງ, ການເຊື່ອມຈອດ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ພ້ອມກັນນີ້, ພະນະທ່ານປະທານປະເທດກໍໄດ້ຍົກໃຫ້ເຫັນວ່າອາຊີຄວນສືບຕໍ່ຮ່ວມແຮງຮ່ວມໃຈກັນໃນການເພີ່ມທະວີການຮ່ວມມື ແລະ ຄວາມພະຍາ ຍາມໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບດ້ວຍການແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ ໂດຍສັນຕິວິທີໂດຍຜ່ານການເຈລະຈາ ແລະ ປຶກສາຫາລືແບບສ້າງສັນບົນພື້ນຖານຂອງການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມທັງສືບຕໍ່ຮ່ວມມືກັນຟື້ນຟູສະພາບເສດຖະກິດ-ສັງຄົມອັນເນື່ອງມາຈາກຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ປະເທດເພື່ອນມິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນໂດຍສະເພາະລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ວ່າອະນາຄົດຂອງອາຊີລວມຄັ້ງນີ້ ເປັນຄັ້ງທີ 6, ນັບແຕ່ເຄີຍດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເຊິ່ງການປາ ໄສຂອງພະນະທ່ານແຕ່ລະຄັ້ງໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ສອດຄ່ອງກັບສະພາບການຕົວຈິງ ແລະ ປິ່ນອ້ອມຫົວຂໍ້ຂອງກອງປະຊຸມໃນແຕ່ລະຄັ້ງ. ພ້ອມນີ້, ຍັງເປັນການປະກອບສ່ວນເຂົ້າໃນການ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີ ມາແຕ່ດົນນານກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກວ້າງຂວາງແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.