ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( ກະຊວງ ປກສ ໄລຍະສັ້ນ ຄັ້ງທີ I ໃນວັນທີ 26 ພຶດສະພາ 2022, ໂດຍການເປັນປະທານຂອງສະ ຫາຍ ພົຈວ ສະແຫວງ ພົມມະລີ ຄະນະພັກກະຊວງເລຂາຄະນະພັກ ຫົວໜ້າກົມ , ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.

ສະຫາຍ ພັອ ປອ ບັນເທົາ ພິມມະສານ ຮອງເລຂາຄະນະພັກຮອງຫົວໜ້າກົມ 512 ກ່າວວ່າ: ຊຸດຝຶກອົບຮົມດັ່ງກ່າວໄດ້ດໍາເນີນເປັນເວລາ 3 ວັນ, ເຊິ່ງເອກະສານທີ່ນໍາມາຄົ້ນຄວ້າມີ 9 ບົດ ໂດຍຜ່ານການຈັດຕັ້ງປະຕິບັດແຜນການຝຶກອົບຮົມ ສາມາດສະຫຼຸບຕີລາຄາໄດ້ດ້ານດີ-ດ້ານອ່ອນ, ຂໍ້ສະດວກ, ຂໍ້ ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໂດຍເຫັນໄດ້ວ່າ: ນັກວິທະຍາກອນ ແລະ ສຳມະນາກອນ ໄດ້ຍົກສູງຄວາມຮັບຜິດຊອບໃນການຂຶ້ນຫ້ອງປົກ ກະຕິ ແລະ ຕັ້ງໃຈຄົ້ນຄວ້າເອກະສານ, ມີການປະກອບຄຳຄິດຄຳເຫັນຢ່າງເອົາໃຈໃສ່ໂດຍຍົກໃຫ້ເຫັນເຖິງບົດຮຽນ ແລະ ພຶດຕິກຳຕົວຈິງຂອງພະແນກ, ຂອງກົມກອງທີ່ເຫັນວ່າການຈັດຕັ້ງປະຕິບັດຍັງບໍ່ທັນສອດຄ່ອງ, ບໍ່ທັນເປັນເອກະພາບກັນ. ພ້ອມນັ້ນ, ຍັງໄດ້ຕັ້ງເປັນບັນຫາ ເພື່ອເປັນປະເດັນໃນການຄົ້ນຄວ້າປຶກ ສາຫາລືກັນ, ຊອກຊ່ອງທາງແກ້ໄຂ ແລະ ເປັນບົດຮຽນໃນຕໍ່ໜ້າ ເພື່ອຄວາມເປັນເອກະພາບ ເຮັດໃຫ້ບັນຍາກາດໃນການຝຶກອົບຮົມເປັນ ຂະບວນຟົດຟື້ນດີ ແລະ ການຝຶກອົບຮົມດັ່ງກ່າວກໍດຳເນີນໄປຕາມແຜນການ ແລະ ມີຜົນສຳເລັດ.

ຕອນທ້າຍພິທີ, ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ຈຳນວນ 37 ສະຫາຍ ມອບໂດຍ ພົຈວ ສະແຫວງ ພົມມະລີ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ.