ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈັດພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈຳປີ 2022 ໃນຕອນເຊົ້າວັນທີ 31 ພຶດສະພານີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍ ພົອ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາການນໍາ, ຄູອາຈານ ແລະ ເດັກນັກຮຽນເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເພື່ອ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວໃນທົ່ວປະເທດໃຫ້ກວມອັດຕາສູງຂຶ້ນ 70% ພ້ອມທັງເປັນການປູກຈິດສຳນຶກໃຫ້ນ້ອງນ້ອຍເຍົາວະຊົນຮຸ່ນສືບທອດ ກໍຄື ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າໃນການຟື້ນຟູ ແລະ ປົກປັກຮັກສາສະພາບແວດລ້ອມທາງທຳມະຊາດ ໃຫ້ມີຄວາມຂຽວສົດງົດງາມ, ຊຸ່ມຊື່ນ, ອຸດົມສົມບູນ, ທັງເປັນການຊ່ວຍຕ້ານ ແລະຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິ ບັດທຳມະຊາດ, ເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 97 ປີ ໃນປີນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງຈັດຂະບວນການປູກຕົ້ນໄມ້ ແລະ ກິດຈະກຳສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວ ພາຍໃຕ້ຄໍາຂັວນ “ການປູກຕົ້ນໄມ້ວັນນີ້ ເພື່ອອະນາຄົດລູກຫຼານພວກເຮົາໃນຕໍ່ໜ້າ”.

ໃນໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ -ພະນັກງານ, ນ້ອງນ້ອຍລູກຫຼານ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງສືບຕໍ່ປຸ້ມລຸມຄວາມສາ ມັກຄີເປັນປຶກແຜ່ນ, ເສີມຂະຫຍາຍທ່າແຮງທາງດ້ານພູມີປະເທດ ພ້ອມກັນພັດທະນາຂະແໜງການຕ່າງໆໃຫ້ມີຄວາມຍືນຍົງ, ເປັນມິດກັບສະພາບແວດລ້ອມ ແລະ ສູ້ຊົນປູກຕົ້ນໄມ້ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວ ກວມຫຼາຍກວ່າ 70% ຂອງເນື້ອທີ່ປ່າໄມ້ໃນທົ່ວປະເທດ. ນອກນີ້, ການປູກຕົ້ນໄມ້ວັນນີ້ ກໍເພື່ອອະນາຄົດອັນດີຂອງລູກຫຼານໃນອະນາຄົດອັນໃກ້ນີ້.

ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ແມ່ນຕົ້ນດອກຈໍາປາ, ເຊິ່ງເປັນໄມ້ປະດັບ ເພື່ອປະກອບສ່ວນເຮັດໃຫ້ຫໍປະຊຸມແຫ່ງຊາດມີຄວາມສວຍງາມໃນຕໍ່ໜ້າ. ພາຍຫຼັງສໍາເລັດພິທີປູກຕົ້ນໄມ້ ທ່ານ ພັນຄໍາ ວິພາວັນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດເຊັ່ນດຽວກັນ, ພ້ອມທັງແຈກເຂົ້າໜົມໃຫ້ເດັກນ້ອຍ, ຊົມການສະແດງສິລະປະຂອງເດັກນ້ອຍ, ການຖາມ-ຕອບຄວາມຮູ້ທົ່ວໄປ ເພື່ອເອົາລາງວັນ ແລະ ຊົມການສະແດງກາຍະສິນຈາກກອງກາຍະສິນແຫ່ງຊາດ ຕື່ມອີກ.

ຂ່າວ: ມົດແດງນ້ອຍ ພາບ: ຈັນທະວອນ