– ບັນດາທ່ານ ທີ່ ນັບຖື,

– ລູກຫຫຼານເຍົາວະຊົນ ແລະ ອານຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ,

ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2022 ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຂໍຝາກຄວາມຮັກແພງ, ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນ ມາຍັງ ລູກຫລານເດັກນ້ອຍລາວ ບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີພາລະນາໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄວາມເບີກບານມ່ວນຊື່ນ ໃນການສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2022 ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ” ໃນໂອກາດນີ້ດ້ວຍ.

ການສະເຫຼີມສະຫຼອງ ວັນເດັກສາກົນ 1 ມິຖຸນາ ໃນທຸກໆປີ, ເຊິ່ງຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ປຽບດັ່ງບຸນໃຫຍ່ຂອງເດັກໃນທົ່ວໂລກ ກໍຄືເດັກລາວບັນດາເຜົ່າ, ແຕ່ເປັນໜິາເສຍດາຍທີ່ການສະເຫຼີມສະຫຼອງໃນປີນີ້ ກໍຍັງຈະບໍ່ສາມາດຈັດເຕັມຮູບແບບ ເໝືອນດັ່ງເມື່ອກ່ອນ ເນື່ອງຈາກຍັງມີສະ ພາບຂອງການແພ່ລະບາດຂອງພະຍາດໂຄວິດ-19 ທີ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ສຸຂະພາບຂອງພົນລະເມືອງ ກໍຄືເດັກນ້ອຍຜູ້ເປັນອະນາ ຄົດຂອງຊາດລາວເຮົາ. ເຖິງຢ່າງໃດກໍຕາມ, ພວກເຮົາ ກໍໄດ້ ບຸກບືນສູ້ຊົນຈັດຕັ້ງຜັນຂະຫຍາຍນະໂຍບາຍປົກປ້ອງ ແລະ ສົ່ງເສີມສິດທິເດັກດ້ວຍຄວາມເອົາໃຈໃສ່ ໂດຍຍາດໄດ້ຜົນສໍາເລັດສໍາຄັນຫລາຍດ້ານໃນປີທີ່ຜ່ານມາ ເປັນຕົ້ນ ການຮັບຮອງ ແລະ ປະກາດໃຊ້ແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025), ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025 ແລະ ກິດຈະກໍາຕ່າງໆທີ່ສໍາຄັນອີກຈໍານວນໜຶ່ງ.

ຕໍ່ຜົນສໍາເລັດດັ່ງກ່າວນັ້ນ, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳພັກ-ລັດໃນແຕ່ລະຍຸກແຕ່ລະສະໄໝ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານດັ່ງກ່າວ. ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ທຸກຂັ້ນ, ອົງການຈັດຕັັ້ງພາກລັດຂັັ້ນສູນກາງ ແລະ ທ້ອງຖິ່່ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດເອກະຊົນ ຕະຫຼອດຮອດ ພໍ່ແມ່ປະຊາຊົນລາວທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ວຽກແມ່ ແລະ ເດັກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

– ບັນດາທ່ານທີ່ນັບຖື,

– ລູກຫຼານເຍົາວະຊົນ ແລະ ອານຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ,

ເຖິງແມ່ນວ່າ ໃນໄລຍະຜ່ານມາ, ວຽກງານສິດທິເດັກ, ການປົກປ້ອງເດັກ ແລະ ພັດທະນາເດັກ ຈະຍາດໄດ້ຜົນສໍາເລັດຫຼາຍດ້ານກໍຕາມ, ແຕ່ພວກເຮົາ ກໍບໍ່ຄວນລົດລະຄວາມພະຍາຍາມຂອງຕົນ ເພື່ອປະຕິບັດພາລະກິດອັນມີກຽດດັ່ງກ່າວໃຫ້ໄດ້ ຮັບການພັດທະນາ ແລະ ຍືນຍົງ ເພາະປະເທດຊາດເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ ຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ບັນຫາຄວາມທຸກຍາກຂາດເຂີນຂອງເດັກໃນພື້ນທີ່ຫ່າງໄກສອກຫຼີກ, ບັນຫາຂາດໂພຊະນາການ ແລະ ຂາດສານອາຫານ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາອັດຕາການອອກໂຮງຮຽນຍັງສູງ, ການແຕ່ງດອງກ່ອນໄວອັນຄວນ ລວມທັງບັນຫາຢາເສບຕິດຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ. ນອກຈາກນີ້, ຄວາມເຂັ້ມແຂງຂອງກົງຈັກເສນາທິການ ຄກມດ ໃນແຕ່ລະຂັ້ນ ລວມທັງງົບປະມານໃນການເຄື່ອນໄຫວຍັງມີຂີດຈຳກັດ. ຕໍ່ໜ້າສະພາບການດັ່ງກ່າວ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ອົງການຈັດຕັ້ງພັກ-ລັດ, ຄກມດ ກະຊວງ/ອົງການ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາຫົວຫນ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການ ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ກ່າວມາຂ້າງເທິງນັ້ນ ໂດຍສະເພາະການເອົາໃຈໃສ່ດູແລເບິ່ງແຍງສຸຂະພາບຂອງເດັກ ໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19, ການຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ອີກເທື່ອໜຶ່ງ, ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2022 ນີ້, ຂ້າພະເຈົ້າຂໍອວຍ ພອນມາຍັງເດັກນ້ອຍລູກຫຼານຊາວລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ໃຫ້ເປັນເດັກຄຳຮູ້ເຊື່ອຟັງຄຳສອນຂອງພໍ່ແມ່, ເປັນນັກຮຽນດີ ຮຽນເກັ່ງ ແລະ ມີຄວາມເຄົາລົບຕໍ່ຄູ-ອາຈານ, ເປັນລູກຫລານທີ່ດີຂອງຊາດ, ໝັ່ນສຶກສາຫາຄວາມຮູ້ເອົາໃຈໃສ່ພັດທະນາຕົນເອງຮອບດ້ານ ເພື່ອສ້າງອານາຄົດທີ່ດີກວ່າບົນພື້ນຖານຄວາມຮູ້, ຄວາມສາມາດ ແລະ ຄວາມໄຝ່ຝັນຂອງແຕ່ລະຄົນ. ວັນເດັກປີນີ້ ຂໍໃຫ້ລູກຫຼານ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ ແລະ ເອົາໃຈໃສ່ປະຕິບັດວິຖີຊີວິດປົກກະຕິແບບໃໝ່ໃ ຫ້ມີຄວາມລຶ້ງເຄີຍ ແລະ ຂໍອວຍພອນໄຊໃຫ້ການສະເຫລີມສະຫລອງວັນເດັກສາກົນປີນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.