ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ທັງເປັນລຸງສີທີ່ສະໜິດສະໜົມກັນກັບຫຼານນ້ອຍທັງຫຼາຍ ໄດ້ມີການພົວພັນໃກ້ຊິດກັບເດັກນ້ອຍທັງຫຼາຍມາຫຼາຍຄັ້ງ, ການເຮັດໃຫ້ເດັກນ້ອຍເຍົາວະຊົນເຕີບໃຫຍ່ຢ່າງແຂງແຮງ ແມ່ນເລື່ອງທີ່ທ່ານ ສີ ຈິ້ນຜິງ ເອົາໃຈໃສ່ຢູ່ສະເໝີ.

ໃນຕົ້ນປີ 2021, ຈີນ ໄດ້ປະກາດວ່າ: ບັ້ນລຶບລ້າງຄວາມທຸກຍາກໄດ້ຮັບໄຊຊະນະຢ່າງຮອບດ້ານ. ເມື່ອຫວນຄືນເສັ້ນທາງແຫ່ງການລຶບລ້າງຄວາມທຸກຍາກໃນ 8 ປີທີ່ຜ່ານມາ, ການພັດທະນາວຽກງານການສຶກສາຂັ້ນພື້ນຖານຢູ່ເຂດທຸກຍາກໃຫ້ດີ ແມ່ນວຽກງານທີ່ພັກ ແລະ ລັດຖະບານຈີນຍຶດໝັ້ນຊຸກຍູ້ປະຕິບັດດ້ວຍຄວາມພະຍາຍາມຢ່າງບໍ່ລົດລະ. ທ່ານ ສີ ຈິ້ນຜິງ ເຄີຍຊີ້ແຈງມາຫຼາຍເທື່ອແລ້ວວ່າ: ການຫຼຸດຜ່ອນຄວາມທຸກຍາກ ຕ້ອງຊ່ວຍບຳລຸງສ້າງສະຕິປັນຍາ, ຕ້ອງເຮັດໃຫ້ພວກເດັກນ້ອຍຢູ່ເຂດທຸກຍາກໄດ້ຮັບການສຶກສາທີ່ດີ. “ເຖິງຈະທຸກຍາກແນວໃດກໍຕາມ ກໍຈະບໍ່ຄວນໃຫ້ການສຶກສາໄດ້ຮັບຜົນກະທົບ, ເຖິງຈະທຸກຍາກສ່ຳໃດກໍຕາມ, ກໍຈະບໍ່ປ່ອຍໃຫ້ເດັກນ້ອຍໄດ້ຮັບຄວາມລຳບາກ. ບໍ່ຄວນໃຫ້ເດັກນ້ອຍເສຍໂອກາດຢູ່ເສັ້ນເລີ່ມຕົ້ນ. ພະຍາຍາມເຮັດໃຫ້ເດັກນ້ອຍທຸກຄົນລ້ວນແຕ່ມີໂອກາດສ້າງຊີວິດທີ່ດີງາມ.”

ຢູ່ໂຮງຮຽນປະຖົມຕາແສງຈົ່ງຢີ້, ເຊິ່ງເປັນບ່ອນຫ່າງໄກຂອງເຂດພູດອຍ, ທ່ານ ສີ ຈິ້ນຜິງ ໄດ້ກວດກາເບິ່ງໂຮງອາຫານຂອງໂຮງຮຽນຢ່າງລະອຽດ, ແລະ ຊອກຮູ້ວ່າ: ເງິນອຸດໜູນຄ່າອາຫານສຳລັບນັກຮຽນມີຫຼາຍປານໃດ? ອາຫານເປັນແນວໃດ? ທ່ານຍັງໄດ້ຊີ້ນຳໃຫ້ຄູຢ່າງລະອຽດວ່າ:

“ຫຼານນ້ອຍເຫຼົ່ານີ້ລ້ວນແຕ່ເປັນທີ່ຮັກແພງຂອງຄອບຄົວເຂົາເຈົ້າ, ການເຮັດແນວໃດຈຶ່ງຈະສາມາດສັ່ງສອນ ແລະ ຄຸ້ມຄອງເຂົາເຈົ້າໃຫ້ໄດ້ດີຢູ່ແຫ່ງນີ້, ພວກສະຫາຍແມ່ນຄູສອນ ທັງແມ່ນຜູ້ປົກຄອງຊົ່ວຄາວ, ນີ້ແມ່ນໜ້າທີ່ອັນໜັກໜ່ວງ, ກ່ອນອື່ນໝົດແມ່ນເລື່ອງຄວາມປອດໄພ, ເຊິ່ງລວມມີຄວາມປອດໄພໃນໂຮງຮຽນ ແລະ ຄວາມປອດໄພດ້ານອາຫານ.”

ນັບແຕ່ປີ 2013 ເປັນຕົ້ນມາ, ທ່ານ ສີ ຈິ້ນຜິງ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຢູ່ນະຄອນຫຼວງປັກກິ່ງໃນທຸກໆປີ, ຮ່ວມກັນກັບພວກເດັກນ້ອຍເຍົາວະຊົນ, ຂຸດຂຸມ ຊວ້ານດິນ ຫົດນ້ຳ ແລະປູກຕົ້ນໄມ້. ໃນເວລາທີ່ປູກຕົ້ນໄມ້, ທຸກເທື່ອເພິ່ນກໍໄດ້ສັ່ງສອນໃຫ້ພວກເດັກນ້ອຍວ່າ: ຕ້ອງເພີ່ມທະວີການອອກກຳລັງກາຍ, ເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງຄືກັນກັບເບ້ຍໄມ້ນ້ອຍ.ທ່ານກ່າວວ່າ:

“ຫຼານນ້ອຍຮຸ່ນຕໍ່ໄປ, ຂ້າພະເຈົ້າສົ່ງເສີມໃຫ້ພວກຫຼານນ້ອຍເພີ່ມທະວີການອອກກຳລັງກາຍຢູ່ກາງແຈ້ງ ແລະ ນອກໂຮງຮຽນ, ໃນມື້ໜ້າມາປູກຕົ້ນໄມ້ຢູ່ທີ່ນີ້ເລື້ອຍໆ, ພວກຫຼານນ້ອຍເໝືອນກັບເບ້ຍໄມ້ນ້ອຍ, ຂໍອວຍພອນໃຫ້ພວກຫຼານນ້ອຍເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງເດີ້.”

ເນື່ອງໃນໂອກາດວັນທີ 1 ມິຖຸນາວັນເດັກນ້ອຍສາກົນໝູນວຽນມາເຖິງ, ຂໍອວຍພອນໃຫ້ເດັກນ້ອຍເຍົາວະຊົນທັງລາວແລະຈີນເຕີບໃຫຍ່ຂຶ້ນຢ່າງມີສຸຂະພາບແຂງແຮງ, ສຸກສັນວັນເດັກນ້ອຍສາກົນ!

CR: Lao National Radio