ໃນໂອກາດເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ລະຫວ່າງວັນທີ 1-2 ມິຖຸນາ 2022, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮັບປະລິນຍາ ດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດ ຈາກມະຫາວິທະຍາ ໄລແມ່ໂຈ້ ຣາຊະອານາຈັກໄທ ໃນວັນທີ 1 ມິຖຸນາ ເນື່ອງຈາກທ່ານມີຜົນງານດີເດັ່ນໃນການບໍລິຫານ, ການພັດທະນາປະເທດຊາດ ໃນໄລຍະຜ່ານມາ ເຊິ່ງມອບໂດຍ ທ່ານ ວິລະພົນ ທອງມາ ອະທິການບໍດີ ມະຫາວິທະຍາໄລແມ່ໂຈ້ ຣາຊະອານາຈັກໄທ.

ທ່ານ ພັນຄໍາ ວິພາວັນ ກໍໄດ້ຂຶ້ນກ່າວຄໍາຂອບໃຈທີ່ມະຫາວິທະຍາໄລແມ່ໂຈ້ ມອບປະລິນຍາ ດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດ ເຊິ່ງປະລິນຍາດັ່ງກ່າວ ແມ່ນມີຄວາມໝາຍມິດໄມຕີສໍາຄັນຢ່າງຍິ່ງ, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ໄທ, ຄຳສະດຸດີ ທີ່ກ່າວເຖິງຂ້າພະເຈົ້າ ແທ້ຈິງແລ້ວແມ່ນຜົນງານລວມໝູ່ຄະນະເພື່ອນຮ່ວມງານທຸກລະດັບຂອງຂ້າພະເຈົ້າ ແລະ ອັນສຳຄັນຍິ່ງແມ່ນການສະໜັບສະໜູນຂອງປະຊາຊົນ.

ມະຫາວິທະຍາໄລແມ່ໂຈ້ ເປັນມະຫາວິທະຍາໄລ ທີ່ເກົ່າແກ່, ມີຊື່ສຽງ ແລະ ມີປະຫວັດຄວາມເປັນມາອັນຍາວນານແຫ່ງໜຶ່ງຂອງໄທ ເຊິ່ງເປັນສະຖາບັນການສຶກສາກໍ່ສ້າງບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີວິໄສທັດອັນກວ້າງໄກ ຫລາຍຮຸ່ນຄົນມາແລ້ວ. ນອກຈາກນີ້, ມະຫາວິທະຍາໄລແມ່ໂຈ້ ຍັງມີການຮ່ວມມືທາງດ້ານວິຊາການ, ໂດຍສະເພາະການແລກປ່ຽນການຮຽນການສອນ ແລະ ການສະໜັບສະໜູນການພັດທະນາບຸກຄະລາກອນ ກັບມະຫາວິທະຍາໄລຂອງລາວ ໃນການກໍ່ສ້າງຊັບພະຍາກອນມະນຸດ ແລະ ສະແດງຄວາມຫວັງວ່າ ມະຫາວິທະຍາໄລແມ່ໂຈ້ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມືກັບສະຖາບັນການສຶກສາຂອງ ສປປ ລາວ ເພື່ອຊ່ວຍຍົກສູງຄຸນນະພາບ ຂອງການຮຽນການສອນ ແລະ ການຄົ້ນຄວ້າວິໄຈຕ່າງໆ ໃຫ້ໄດ້ຕາມມາດຕະຖານຂອງສາກົນ ເທື່ອລະກ້າວ.

ຂ່າວ-ພາບ: ອ່າຍຄຳ