ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 1-2 ມິຖຸນາ 2022 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ໄທ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີຂຶ້ນທີ່ທໍານຽບລັດຖະບານໄທ ໃນຕອນແລງຂອງວັນ​ທີ 1 ມິຖຸນາ 2022 ໂດຍການໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ທ່ານນາຍົກລັດ ຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ແລະ ຄະນະ. ຈາກນັ້ນ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ພັນຄຳ ວິພາວັນ ທີ່ໄດ້ນຳພາຄະນະຜູ້ແທນມາຢ້ຽມຢາມໃນຄັ້ງນີ້ ເຊິ່ງຖືເປັນຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ໄທ ພາຍຫລັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950 ເປັນຕົ້ນມາ, ສອງປະເທດ ສາມາດຮັກສາໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ເເລະ ກັນ ໃນລະດັບອັນເເນ່ນອນ, ຮັບປະກັນຄວາມສະເໝີພາບ, ນັບຖືຄວາມເປັນເອກະລາດເເຫ່ງຊາດຂອງກັນ ແລະ ກັນ.

ການຢ້ຽມຢາມໃນຄັ້ງນີ້ ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ໃຫ້ນັບມື້ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ, ທັງເປັນນິມິດໝາຍອັນສໍາຄັນ ໃນການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາເເບບຍືນຍົງ ອັນເປັນການເປີດສັງກາດໃໝ່ ຂອງການພົວພັນຮ່ວມມືສອງປະເທດ ທີ່ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນປັດຈຸບັນ. ສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນສະໜັບສະໜູນ ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ການນໍາຂັ້ນສູງຂອງສອງປະເທດ ຕະຫລອດເຖິງບັນດາກົນໄກການຮ່ວມມືຕ່າງໆ ຢ່າງເປັນປົກກະຕິ ເພື່ອເພີ່ມທະວີຄວາມໃກ້ຊິດ ແລະ ຮັດແໜ້ນສາຍພົວພັນ ກໍຄື ພ້ອມກັນຈັດຕັ້ງປະຕິບັດບັນດາແຜນງານຕ່າງໆ ຂອງແຕ່ລະກົນໄກການຮ່ວມມື ທັງໃນລະດັບລັດຖະບານ ແລະ ທ້ອງຖິ່ນດ້ວຍກັນ ໂດຍສະເພາະລະຫວ່າງ ແຂວງ ແລະ ຈັງຫວັດ, ຕີລາຄາສູງຕໍ່ການພົວພັນຮ່ວມມືໃນການຮັກສາຄວາມສະຫງົບຮ ຽບຮ້ອຍຕາມບໍລິເວນຊາຍແດນ ເປັນ ຕົ້ນ ການສະກັດກັ້ນ ແລະ ປາບປາມການຄ້າຂາຍສິ່ງຜິດກົດໝາຍ ແລະ ເຫັນດີຊູກຍູ້ໃຫ້ຮ່ວມກັນດໍາເນີນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ; ສອງລັດຖະບານ ໄດ້ເນັ້ນໜັກຄວາມສໍາຄັນການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກັບອະນຸພາກພື້ນ ໂດຍເອກະພາບຮ່ວມກັນໃນການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ອາກາດ ຕະຫລອດເຖິງການເຊື່ອມຈອດລະບົບລາງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການ ທ່ອງທ່ຽວ ໂດຍສະເພາະການລົງທຶນດ້ານການເຊື່ອມໂຍງ ແລະ ການພັດທະນາພື້ນຖານໂຄງລ່າງ, ການຄົມມະນາຄົມ-ຂົນສົ່ງ, ການທ່ອງທ່ຽວ, ສາທາລະນະສຸກ, ກະສິກໍາສະ ອາດ ແລະ ທັນສະໄໝ ແລະ ອື່ນໆ ຜ່ານການນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ໃນ ສປປ ລາວ. ພ້ອມນັ້ນ, ສອງຝ່າຍ ກໍໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືສອງຝ່າຍ ດ້ານເສດຖະກິດ ທີ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ຣາຊະອານາຈັກໄທ ສືບຕໍ່ເປັນຄູ່ການຄ້າອັນດັບຕົ້ນຂອງລາວ, ມີມູນຄ່າ 7,2 ຕື້ໂດລາສະຫະລັດ ໃນປີ 2021 ຫລື ເພີ່ມຂຶ້ນ 14% ທຽບໃສ່ປີຜ່ານມາ ເຖິງວ່າຈະໄດ້ຮັບຜົນກະທົບຈາກໂຄວິດ-19 ກໍຕາມ, ການລົງທຶນຂອງໄທຢູ່ລາວ ກໍ່ສືບຕໍ່ເພີ່ມຂຶ້ນ, ເຊິ່ງບັນລຸໄດ້ 4,7 ຕື້ ໂດລາສະຫະລັດ; ສອງຝ່າຍ ເຫັນດີສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນ ແລະ ການຄ້າຊາຍແດນເຊິ່ງກັນ ແລະ ກັນ ຕາມພັນທະສັນຍາຕ່າງໆ ທີ່ທັງສອງຝ່າຍເປັນຄູ່ພາຄີໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ບົນພື້ນຖານເພິ່ງພາເຊິ່ງກັນ ແລະ ກັນ, ຕະຫລອດເຖິງການສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ເງິນຕາຂອງສອງປະເທດ (ກີບ-ບາດ) ເພື່ອຊໍາລະສະສາງລະຫວ່າງກັນ; ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການຮ່ວມມືໃນຂົງເຂດພະລັງງານໄຟຟ້າ ໂດຍລັດຖະບານໄທ ໄດ້ເພີ່ມໂຄຕ້ານໍາເຂົ້າໄຟຟ້າຈາກລາວ ບັນລຸເປັນ 10,500 ເມກາວັດ.

ຝ່າຍລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດໂຄງ ການຊ່ວຍເຫລືອລ້າ ໃນ 3 ຂົງເຂດໃຫຍ່ ເປັນຕົ້ນດ້ານ: ການສຶກສາທິການ ແລະ ກິລາ, ດ້ານກະສິກຳ ແລະ ປ່າໄມ້ ແລະ ດ້ານສາທາລະນະສຸກ ເຊິ່ງລ້ວນແລ້ວແຕ່ແມ່ນຂົງເຂດວຽກງານບູລິມະສິດ ທີ່ ສປປ ລາວ ຖືເປັນສໍາຄັນ. ລັດຖະບານລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນຂອບວິຊາການ ລາວ-ໄທ, ປະຈຸບັນມີທັງໝົດ 53 ໂຄງການ ທີ່ກຳລັງຈັດຕັ້ງປະຕິບັດ ແລະ ກຳລັງປຶກສາຫາລື ເພື່ອໃຫ້ກ້າວໄປສູ່ການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາໃນອານາຄົດ; ຝ່າຍລາວ ໄດ້ຕີລາຄາສູງຕໍ່ບັນດາໂຄງການພາຍໃຕ້ພະລາດຊະດຳລິ ທີ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ກໍໄດ້ກາຍເປັນສັນຍາລັກແຫ່ງການພົວພັນຂອງສອງປະເທດ ເຊິ່ງໄດ້ຖ່າຍທອດຄວາມຮູ້ດ້ານກະສິກຳປູກຝັງ-ລ້ຽງສັດ ກໍຄື ການສ້າງອາຊີບ ແລະ ສ້າງງານໃຫ້ປະຊາຊົນ ໄດ້ມີການທຳມາຫາກິນ. ສຳລັບຂອບການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍສະເພາະ ໃນຂອບສະຫະປະຊາຊາດ, ແອັກແມັກ, ອາຊຽນ, ຂອບການຮ່ວມມືແມ່ນ້ຳຂອງ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານໄທ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຕື່ມອີກໃນອະນາຄົດ ໂດຍສະເພາະ ການສະໜັບສະໜູນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດແອັກແມັກ (ACMECS) ຄັ້ງທີ 10 ໃນທ້າຍປີ 2022 ແລະ ການເປັນປະທານໝູນວຽນອາຊຽນ ໃນປີ 2024 ນີ້.

ພາຍຫລັງສຳເລັດກອງປະຊຸມພົບປະສອງຝ່າຍ ກໍໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງສູນພັດທະນາສັງຄົມມິດຕະພາບ ລາວ-ໄທ. ນອກຈາກນີ້, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານ ແລະ ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈຳນວນ 3 ສະບັບຄື: ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ລາວ-ໄທ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026); ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ ລາວ-ໄທ ; ແລກປ່ຽນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການພັດທະນາພະລັງງານໄຟຟ້າຢູ່ ສປປ ລາວ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກ ໄທ.  ຈາກນັ້ນ, ກໍໄດ້ມີພິທີຖະແຫລງຂ່າວຮ່ວມ ສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີລາວ ແລະ ໄທ ຕໍ່ບັນດາສື່ມວນຊົນ ກ່ຽວກັບຜົນສຳເລັດຂອງການພົບປະສອງຝ່າຍ ໃນຄັ້ງນີ້ ແລະ ສືບຕໍ່ເຂົ້າຮ່ວມຢ້ຽມຊົມງານວາງສະແດງສິລະປະຫັດຖະກຳ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບອາຫານຄ່ຳ ຈັດໂດຍ ທ່ານນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ມະຫາວິທະຍາໄລແມ່ໂຈ້ ກໍໄດ້ຈັດພິທີ ມອບ-ຮັບ ປະລິນຍາດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດ ໃຫ້ແກ່ ທ່ານນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ເພື່ອເປັນການຍ້ອງຍໍຊົມເຊີຍທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລາວ-ໄທ. ພ້ອມດຽວກັນນັ້ນ, ທ່ານນາຍົກ ລັດຖະມົນຕີ ກໍໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດກອງປະຊຸມພົບປະນັກທຸລະກິດ ລາວ-ໄທ (Business Talk and Networking) ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ, ວາງທິດທາງແຜນການໃນຕໍ່ໜ້າ ເພື່ອສະໜັບສະໜູນ ແລະ ຊຸກຍູ້ດ້ານການຄ້າ, ການລົງທຶນ, ຊຸກຍູ້ບັນດານັກທຸລະກິດ, ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມີການໄປມາຫາສູ່ ແລະ ພົວພັນຮ່ວມມືກັນຫລາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ. ນອກຈາກນີ້, ທ່ານນາຍົກ ລັດຖະມົນຕີ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ບໍລິສັດນິຄົມອຳມະຕະ ຕື່ມ​ອີກ.

ພາບ: ອ່າຍຄຳ