ຕອນບ່າຍວັນທີ 2 ມິຖຸນາ 2022 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານນາງປິ່ງຄໍາ ລາຊະສີມາ ຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເຖິງການກະກຽມຈັດກອງປະຊຸມ ສະໄໝສາມັນ ເທື່ອທີ 3ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງຈະຈັດຂຶ້ນ ແຕ່ວັນທີ 13 ມິຖຸນາ 2022 ຫາວັນທີ 8 ກໍລະກົດ 2022 ທ່ານ ນາງ ປິ່ງຄໍາ ລາຊະສີມາ ກ່າວວ່າ: ປະຕິບັດຕາມມາດຕາ 60 ຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໂດຍຈັດຕັ້ງປະຕິບັດພາລະບົດບາດ, ສິດແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງປີ 2020) ໃນການກະກຽມ ແລະ ຮຽກໂຮມກອງປະຊຸມສະໄໝສາມັນສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 137/ຄປຈ ລົງວັນທີ 13/5/2022 ວ່າດ້ວຍການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງໄດ້ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນການກະກຽມເນື້ອໃນຂອງແຕ່ລະພາກສ່ວນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້. ມາເຖິງປັດຈຸບັນ ເຫັນວ່າການກະກຽມແມ່ນຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍແລ້ວ.

ຂ້າພະເຈົ້າ, ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ຂໍຕາງໜ້າຄະນະປະຈຳສະພາແຫ່ງຊາດມີຄວາມຍິນດີແລະຖືເປັນກຽດແຈ້ງມາຍັງບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 3ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:

– ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນຕອນເຊົ້າຂອງວັນຈັນ, ວັນທີ 13 ມິຖຸນາ 2022 ແລະ ຈະດໍາເນີນໄປເຖິງ ວັນສຸກ ວັນທີ 8 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ເຊິ່ງໃຊ້ເວລາດໍາເນີນກອງປະຊຸມທັງໝົດ 20 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).

– ກອງປະຊຸມສະໄໝສາມັນເທື່ອທີ 3ຂອງສະພາແຫ່ງຊາດ ຊຸດທີ IX ຈະພິຈາລະນາແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:

1.ວຽກງານຂອງລັດຖະບານ

(1) ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

(2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

(3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

(4) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

(5) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;

(6) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

(7) ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ;

(8) ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ;

(9) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19;

(10) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະການຄຸ້ມຄອງວຽກງານກິລາ-ກາຍະກໍາ.

2.ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 09ສະບັບ ໃນນີ້:

2.1 ຮ່າງກົດໝາຍສ້າງໃໝ່ 3 ສະບັບ ຄື:

(1) ຮ່າງກົດໝາຍວ່າດ້ວຍວິຈິດສິນ;

(2) ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ;

(3) ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ.

2.2 ກົດໝາຍປັບປຸງ 6 ສະບັບ ຄື:

(1) ກົດໝາຍວ່າດ້ວຍຊັບສິນຂອງລັດ;

(2) ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ;

(3) ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ;

(4) ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ;

(5) ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ;

(6) ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າແລະຊັບພະຍາກອນນໍ້າ.

3. ວຽກງານອົງການໄອຍະການປະຊາຊົນສູງສຸດ ມີຈໍານວນ 1 ບົດ

ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມມະຕິ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນ ມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດໝາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ.

4. ວຽກງານສະພາແຫ່ງຊາດ ມີຈໍານວນ 2 ບົດ

1) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX;

2) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ.

5. ບົດປະກອບຄໍາເຫັນຂອງຄະນະປະຈໍາສະພາແຫ່ງຊາດ ມີຈຳນວນ 8 ບົດ

1) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

2) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;

3) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

4) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ;

5) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ;

6) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19;

7) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະການຄຸ້ມຄອງວຽກງານກິລາ-ກາຍະກໍາ;

8) ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມມະຕິ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ.

6. ມະຕິກອງປະຊຸມສະພາແຫ່ງຊາດ ລວມມີ 17 ສະບັບ

1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

3) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ;

4) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ;

5) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19;

6) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະການຄຸ້ມຄອງວຽກງານກິລາ-ກາຍະກໍາ;

7) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX;

8) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ;

9) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາກົດໝາຍ ຈໍານວນ 09 ສະບັບ(ຈໍານວນ 09 ມະຕິ).

ໂອກາດນີ້, ທ່ານ ນາງ ປິ່ງຄໍາ ລາຊະສີມາ ຄະນະປະຈໍາສະພາແຫ່ງຊາດໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ, ຂໍເຊີນຊວນບັນດາທ່ານພະນັກ ງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ,ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຈົ່ງຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 3ຂອງສະພາແຫ່ງຊາດ ຊຸດທີ IXຄັ້ງນີ້,ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ, ເຊິ່ງທ່ານສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX.

• ອີເມວ: nalao.156@admin

CR: Lao National Radio